ຍົກສູງຄວາມຮູ້ ແລະ ເຂົ້າໃຈກ່ຽວກັບບົດບາດຄວາມສຳຄັນຂອງຊາວໜຸ່ມ

ເພື່ອເປັນການຍົກສູງຄວາມຮູ້ ແລະ ເຂົ້າໃຈກ່ຽວກັບບົດບາດຄວາມສຳຄັນຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃນການປະກອບສ່ວນເຂົ້າໃນວຽກງານຕ່າງໆແຕ່ລະໄລຍະ ດັ່ງນັ້ນ ຫ້ອງການຊາວໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14/4/1955-14/4/2022) ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດຢູ່ເມືອງໄຊເສດຖາ ວັນທີ 20 ເມສາ 2022 ທີ່ຫ້ອງການປົກຄອງບ້ານແສງສະຫວ່າງ ເປັນກຽດປາຖະກະຖາໂດຍທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ມີເລຂາ ຮອງເລຂາຊາວໜຸ່ມເມືອງ ບ້ານ ບັນດາຫ້ອງການອ້ອມຂ້າງເມືອງ ແລະ ນາຍບ້ານເຂົ້າຮ່ວມ.

    ທ່ານ ຄຳມາ ແສງມີໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ບາງຕອນວ່າ ກ່ອນຊາວໜຸ່ມປະຊາຊົນປະຕິວັດລາວຈະໄດ້ຮັບການສ້າງຕັ້ງຂຶ້ນແມ່ນໄດ້ຜ່ານຂະບວນການຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຫຼາຍຮຸ່ນ ຫຼາຍສະໄໝຢ່າງບໍ່ຮູ້ອິດຮູ້ເມື່ອຍ ໂດຍບໍ່ຍອມເປັນຂ້ອຍຂ້າ ມ້າຕ່າງຂອງພວກຈັກກະພັດຕ່າງດ້າວຢ່າງເດັດຂາດ ດ້ວຍຄວາມເດັດດ່ຽວ ກ້າຫານບໍ່ຍອມຈຳນົນ ມີຄວາມສາມັກຄືເປັນປຶກແຜ່ນຂອງບັນດາອ້າຍນ້ອງຊາວໜຸ່ມ ໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຈົນມາຮອດວັນທີ 14 ເມສາ 1955 ພັກໄດ້ຕົກລົງສ້າງອົງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມປະຕິບັດບົດບາດປະຈັນບານໃນທຸກສະໜາມຮົບດ້ວຍມະນະຈິດທີ່ວ່າ  ຍອມຕາຍດີກວ່າຍອມເສຍເອກະລາດ ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ.

    ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຊາວໜຸ່ມຍັງເຮັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງການຈັດຕັ້ງຊາວໜຸ່ມໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຕົ້າໂຮມເອົາຄວາມສາມັກຄີຊາວໜຸ່ມລາວແຕ່ເໜືອຮອດໃຕ້ ເຂົ້າມາຢູ່ໃຕ້ຮົ່ມທຸງອັນດຽວກັນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິບັດລາວ ຍາມໃດ ຂະບວນການຂອງຊາວໜຸ່ມກໍເປັນກຳລັງສຳຄັນ ແລະ ເປັນແຂນຂວາຂອງພັກໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນຮອດທຸກວັນນີ້ ນອກຈາກນີ້ ຊາວໜຸ່ມເປັນກຳລັງແຮງຫຼັກໃນການມີສ່ວນຮ່ວມແກ້ບັນຫາຢາເສບຕິດໃຫ້ນັບມື້ຫຼຸດລົງ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!