ສຳເລັດການກໍ່ສ້າງໂຮງໝໍຊຸມຊົນເມືອງຍອດອູ ແຂວງຜົ້ງສາລີ

ພິທີມອບ-ຮັບໂຄງການກໍ່ສ້າງໂຮງໝໍຊຸມຊົນ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດຂື້ນວັນທີ 16 ເມສາ 2022 ຜ່ານມາ ຢູ່ທີ່ຫ້ອງການສາທາລະນະສຸກເມືອງຍອດອູ ແຂວງຜົ້ງສາລີ ມີທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງເມືອງຍອດອູ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ແສງວອນ ລາວຖັງ ຜູ້ຕາງໜ້າບໍລິສັດ ສົມບຸນ ກໍ່ສ້າງ ແລະ ສ້ອມແປງ-ຂົວທາງ ຈຳກັດຜູ້ດຽວ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງໝໍຊຸມຊົນ ເມືອງຍອດອູ ແຂວງຜົ້ງສາລີ ວ່າ: ສຳລັບໂຄງການກໍ່ສ້າງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2020 ແລະ ໄດ້ສຳເລັດການກໍ່ສ້າງໃນຕົ້ນປີ 2022 ລວມໄລຍະເວລາໃນການກໍ່ສ້າງທັງໝົດແມ່ນ 24 ເດືອນ ມູນຄ່າໃນການກໍ່ສ້າງທັງໝົດ 12 ຕື້ກວ່າກີບ ເປັນຮ່ວງທຶນການລົງທຶນຂອງລັດ ປະຈຳປີ 2020 ທີ່ກະຊວງສາທາລະນະສຸກຄຸ້ມຄອງ ໃນເນື້ອທີ່ 200 x 300 ແມັດ ປະກອບມີຫ້ອງການເຮັດວຽກພະນັກງານ ຫ້ອງນອນຄົນເຈັບທົ່ວໄປ ຫ້ອງນອນຄົນເຈັບພິເສດ ລວມທັງຫໍພັກພະນັກງານ ກະລາລົດ ແລະ ໂຮງເຢັນຄົບຊຸດ ໂຮງໝໍແຫ່ງນີ້ ແມ່ນຈະນຳໃຊ້ເຂົ້າໃນການບໍລິການປິ່ນປົວຄົນເຈັບຊາວແຂວງຜົ້ງສາລີ ເວົ້າລວມ ເວົ້າສະເພາະກໍແມ່ນຊາວເມືອງຍອດອູ.

# ເພັດສະໝອນ

error: Content is protected !!