ຊາວກະສິກອນໄຊທານີ ເລີ່ມລົງມືເກັບກ່ຽວເຂົ້ານາແຊງ ຄາດວ່າຈະໃຫ້ສຳເລັດໃນກາງເດືອນພຶດສະພາ

    ປັດຈຸບັນ ຊາວກະສິກອນທົ່ວເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາແຊງ ເຊິ່ງປັດຈຸບັນໄດ້ເກັບກ່ຽວສຳເລັດ 675 ເຮັກຕາ ເທົ່າກັບ 15% ຂອງເນື້ອທີ່ທັງໝົດ ເຊິ່ງຄາດວ່າຈະຂຸ້ນຂ້ຽວເກັບກ່ຽວໃຫ້ສຳເລັດໃນກາງເດືອນພຶດສະພານີ້.

    ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງໄຊທານີ ໄດ້ໃຫ້ສຳພາດໃນວັນທີ 19 ເມສາ 2022 ວ່າ: ສຳລັບການປູກເຂົ້ານາແຊງປີນີ້ ແມ່ນປູກໃນເນື້ອທີ່ 4.500 ເຮັກຕາ ນຳໃຊ້ແນວພັນ 360 ໂຕນ ສະມັດຕະພາບ 10,65 ໂຕນຕໍ່ເຮັກຕາ ຜົນຜະລິດ 23.397 ໂຕນ ດຳດ້ວຍກົນຈັກ 175 ເຮັກຕາ ນາດຳ 3.143 ເຮັກຕາ ນາຫວ່ານ 1.357 ເຮັກຕາ  ມາຮອດປັດຈຸບັນ ຊາວກະສິກອນໄດ້ເກັບກ່ຽວສຳເລັດໃນເນື້ອທີ່ 675 ເຮັກຕາ .

    ສຳລັບການປູກພືດຜັກ ເນື້ອທີ່ແຜນການປີ 3.047 ເຮັກຕາ ຮອດປັດຈຸບັນປະຕິບັດໄດ້ 1.533 ເຮັກຕາ ເທົ່າກັບ 72,89% ການປູກພືດອຸດສາຫະກຳ ເນື້ອທີ່ແຜນການປີ 1.220 ເຮັກຕາ ປະຕິບັດໄດ້ 827 ເຮັກຕາເທົ່າກັບ 147,6% ການປູກໄມ້ໃຫ້ໝາກ ແຜນການປີ 200 ເຮັກຕາ ປະຕິບັດໄດ້ 50 ເຮັກຕາເທົ່າກັບ 25% .

    ເພື່ອຮອງຮັບນໍ້າສະໜອງໃຫ້ການຜະລິດ ແມ່ນໄດ້ເອົາໃຈໃສ່ສ້ອມແປງ ແລະ ບຳລຸງຮັກສາຊົນລະປະທານ ປັດຈຸບັນ ເປີດນໍ້າໃສ່ການຜະລິດແລ້ວ 24 ແຫ່ງ ໃນນັ້ນ ຈັກສູບນໍ້າ 21 ສະຖານີ ແລະ ອ່າງເກັບນໍ້າ 3 ແຫ່ງ ລົງຕິດຕາມການຕິດຕັ້ງເຮືອແພ ແລະ ຈັກສູບນໍ້າຂອງໂຄງການຜະລິດກະສິກຳເປັນສິນຄ້າຈຳນວນ 3 ສະຖານີ ຄື: ສະຖານີລາດຄວາຍເກົ່າ ນາແຖ ບ້ານໄຮ່ ສົມທົບກັບຫ້ອງການ ຍທຂ ສູນສົ່ງເສີມກະສິກຳຫຼັກ 6 ທົ່ງຮາບ-ທ່າງ່ອນ ແລະ ອຳນາດການປົກຄອງດອນຕີ້ວ ສ້າງຫີນ ລົງໄກ່ເກ່ຍປະຊາຊົນເພື່ອປັບປຸງທໍ່ລະບາຍນໍ້າເບີ 6 ແລະ ລວງສາຍຫ້ວຍຍາງຂອງບໍລິສັດພັດທະນາສວນວັດທະນະທຳລ້ານຊ້າງຈຳກັດ ສົມທົບກຸ່ມຜູ້ນຳໃຊ້ຊົນລະປະທານ ກວດກາລະບົບຈັກສູບນໍ້າ ແລະ ສະໜອງນໍ້າຊົນລະປະທານໃຫ້ເນື້ອທີ່ການຜະລິດ ຈຳນວນ 7 ສະຖານີ ຄື: ສະຖານນີລາດຄວາຍເກົ່າ ໜອງເຂັງ ໜອງໂນ ບ້ານໄຮ່ ດວງບຸດດີ ດົງຄວາຍ 1 ແລະ ສະຖານີດົງຄວາຍ 2 ສົມທົບຄະນະກຸ່ມຜູ້ນຳໃຊ້ນໍ້າຊົນລະປະທານ ກວດກາລະບົບຈັກສູບນໍ້າ ແລະ ການສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 4 ສະຖານີຄື: ສະຖານນີເວີນຄຳ ໜອງເຂັງ ໜອງໂນ ແລະ ສະຖານີບ້ານໄຮ່.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!