ວາງແຜນຄາດຕະກຳແມ່ຍ່າ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ

    ນາງ ນ້ອຍ ອາຍຸ 26 ປີ ກຳມະກອນຢູ່ບ້ານ ຊົງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ວາງແຜນຄາດຕະກຳ ນາງ ສັງວານ ຄຳສະຫວ່າງ ຫຼື (ນາງ ວັນ ) ອາຍຸ 50 ປີ ອາຊີບປະຊາຊົນ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 2 ຄົນ.

     ເຈົ້າໜ້າທີ່ກອງຄະດີວິຊາສະເພາະຂອງ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຜ່ານການສອບສວນ ນາງ ນ້ອຍ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນເວລາ 18,00 ໂມງ ຂອງວັນ 10 ກຸມພາ 2022 ນາງນ້ອຍ ໄດ້ໄປເຮືອນ ນາງ ຈ່ອຍ ອາຊີບຄ້າຂາຍ ຢູ່ບ້ານ ທ່າແຂກກາງ ເມືອງທ່າແຂກ ແຂວງຄຳມ່ວນ ຈາກນັ້ນ ໄດ້ໂທລະສັບຫານາງ ສັງວານ ຫຼື ນາງວັນ ແມ່ຂອງ ທ້າວ ແປບຊີ້ (ຜົວ) ແລ້ວຖາມວ່າ : ທ້າວ ແປບຊີ້ ໄປໃສແທ້ ນາງ ສັງວານ ແມ່ນໄດ້ຕອບນາງ ນ້ອຍ ວ່າ : ບໍ່ຮູ້ ບໍ່ຈັກ ນາງນ້ອຍ ຈຶ່ງໄດ້ເວົ້າກັບນາງ ສັງວານ ຕໍ່ອີກວ່າ: ຖ້າຊິໄປແທ້ຄືບໍ່ເວົ້າກັນກ່ອນ ຄືບໍ່ເມືອຫາພໍ່ແມ່ເຮົາກ່ອນ ບາດຮອດຍາມກິນດອງເຂົາຖາມຊິເຮັດແນວໃດ ພວກເຈົ້າຄືມາເວົ້າສະບາຍແທ້ ຢ້ານເສຍເງິນເບາະ ແລ້ວນາງນ້ອຍ ກໍໄດ້ວາງໂທລະສັບ ພາຍຫຼັງວາງໂທລະສັບແລ້ວນາງນ້ອຍ ຈຶ່ງມີແນວຄິດຢາກຮ້າຍໃສ່ຜູ້ເປັນແມ່ຍ່າແຮງ ແລ້ວຄິດວ່າ ນາງ ສັງວານ ບອກໃຫ້ທ້າວ ແປບຊີ້ໜີຈາກຜູ້ກ່ຽວ ຈຶ່ງໄດ້ຈັບເອົາມິດສີຂາວ ດ້າມຈັບສີດຳ ຍາວປະມານ 30 X 13 ຊັງຕີແມັດທີ່ຢູ່ລີ້ນຊັກຕູ້ຂອງ ນາງຈ່ອຍ ເໜັບເຊື່ອງໃສ່ແອວ ພ້ອມກັບເສື້ອຍືດແຂນສັ້ນສີດຳຂອງຜູ້ກ່ຽວ ແລ້ວຍ່າງໄປຕາມທາງມຸ່ງໜ້າໄປເຮືອນຂອງນາງ ສັງວານ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ຈຸດປະສົງເພື່ອຈະໄປຄາດຕະກຳ ນາງ ສັງວານ ໃຫ້ຕາຍ ຮອດເວລາ 23.00 ໂມງຂອງວັນດຽວກັນ ນາງນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນຂອງ ນາງສັງວານ ພໍຮອດແລ້ວ ຜູ້ກ່ຽວຈຶ່ງໄປລີ້ຢູ່ແຈເຮືອນໄດ້ປະມານ 10 ນາທີ ຜູ້ກ່ຽວຈຶ່ງໄດ້ເອົາເສື້ອທີ່ຜູ້ກ່ຽວຖືມາໝັດໃສ່ຫົວ ແລະ ປິດບັງໃບໜ້າ ແລ້ວໃຊ້ມິດທີ່ກຽມມານັ້ນງັດປະຕູເຮືອນທາງເປື້ອງໃຕ້ແລ້ວຍ່າງໄປມອດໄຟຟ້າຢູ່ໃນຫ້ອງນ້ຳນອກເຮືອນ ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ 30 ນາທີ ທ້າວ ດາວອນ ຜູ້ເປັນຜົວຂອງນາງ ສັງວານ ແມ່ນໄດ້ລຸກມາເຂົ້າຫ້ອງນ້ຳ ຈຶ່ງເຫັນປະຕູເຮືອນຖືກງັດ ຈຶ່ງໄດ້ປຸກນາງ ສັງວານ ລຸກຂຶ້ນມາເບິ່ງ ແລ້ວໄດ້ພາກັນກວດກາເບິ່ງເຄື່ອງເຮືອນ ເຫັນວ່າບໍ່ມີຫຍັງເສຍຫາຍ ຈຶ່ງໄດ້ພາກັນກັບໄປນອນ.

    ຈົນຕົກມາຮອດເວລາ 3.00 ໂມງເຊົ້າຂອງວັນທີ 11 ກຸມພາ 2022 ນາງນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປ ແລ້ວໃຊ້ມີດທີ່ກຽມມາພ້ອມ ຟັນໃສ່ຫົວຂອງນາງ ສັງວານ ຈຳນວນຫຼາຍບາດ ເພື່ອຫວັງເອົາຊີວິດ ແຕ່ ທ້າວ ດາວອນ (ຜູ້ເປັນຜົວ) ຂອງນາງສັງວານ ແມ່ນໄດ້ລຸກຂື້ນມາຍາດເອົາມີດນຳນາງນ້ອຍ ຈຶ່ງໄດ້ໃຊ້ມີດຟັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະ ແຄ່ງເບື້ອງຊ້າຍອີກ 1 ບາດ ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງ ແລະ ນາງ ສັງວານໄດ້ໃຊ້ມືດືງເສື້ອທີ່ປົກປິດໜ້າອອກ ຈຶ່ງເຮັດໃຫ້ນາງນ້ອຍເກີດມີຄວາມຕົກໃຈ ໄດ້ແລ່ນອອກໄປທາງປ່າຫຼັງເຮືອນ ພ້ອມທັງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ.

    ມາຮອດເວລາ 6.00 ໂມງຂອງວັນດຽວກັນ ທາງເຈົ້າໜ້າ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວນາງນ້ອຍ ຜູ້ກະທຳຜິດໄດ້ ແລ້ວນຳສົ່ງເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງທ່າແຂກ ດຳເນີນຄະດີຕາມລະບຽບກົດໝາຍ.

   ພາຍຫຼັງສອບສວນສຳເລັດ ມາຮອດວັນທີ 6 ເມສາ 2022 ເຈົ້າໜ້າທີ່ຈິ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃໝ່ ເພື່ອປະກອບຄຳຮັບສາລະພາບ ແລະ ສະຫຼຸບສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນຕາມກົດໝາຍ.

error: Content is protected !!