ສອງບໍລິສັດ ປະກອບສ່ວນສ້າງປ້ອມຍາມເຮືອລາດຕະເວນ

    ບໍລິສັດ ແອວເອັສການໄຟຟ້າ ແລະ ວິສາວະກຳຈຳກັດ ແລະ ບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດ ໄດ້ມອບເງິນຊຸກຍູ້ຊື້ສັງກະສີ ແລະ ເຫຼັກຕະປູສ້າງປ້ອມຍາມເຮືອລາດຕະເວນຕາມລຳແມ່ນໍ້າຂອງເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນນັ້ນ ບໍລິສັດແອວເອັສການໄຟຟ້າ ແລະ ວິສາວະກຳຈຳກັດ 3 ລ້ານກີບ ແລະ ບໍລິສັດແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກຈຳກັດ 8 ແສນກີບ.

    ພິທີມອບ-ຮັບ ຈັດຂຶ້ນວັນທີ 12 ເມສາ 2022 ທີ່ກອງຮ້ອຍທະຫານຊາຍແດນ 243 ກອງບັຊາການທະຫານນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ນາງ ລັດທິດາ ໄຊຈະເລີນ ປະທານບໍລິສັດແອວເອັສການໄຟຟ້າແລະ ວິສາວະກຳຈຳກັດ ແລະ ທ່ານ ແກ້ວລຳພອນ ແສງສຸລິເດດ ປະທານບໍລິສັດ ແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກ ຈຳກັດ ແລະ ກ່າວຮັບໂດຍທ່ານ ພັນຕີ ສຸດທິລາດ ແກ້ວປັນຍາ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 243 ມີພະນັກງານທີ່ກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມ.

                             #  ພາບ-ຂ່າວ​: ສົມສະຫວັນ

error: Content is protected !!