ຮຸ້ນ PCD ປັບໂຕເພີ່ມຂຶ້ນໃນໄຕມາດທຳອິດປີ 2022

    ໃນ 3 ເດືອນຕົ້ນປີ ຫຼື ໄຕມາດທໍາອິດປີ 2022 ຮຸ້ນບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ (PCD) ມີທ່າປັບຕົວເພີ່ມຂຶ້ນຍ້ອນນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ສົນໃຈກ່ຽວກັບທຸລະກິດບໍລິສັດ ແລະ ບໍລິສັດມີທ່າກ້າວການເຮັດທົດລອງດໍາເນີນທຸລະກໍາຊັບສິນດີຈິຕອນເມື່ອຕົ້ນປີຜ່ານມາ ຕົວເລກຮຸ້ນຫຼ້າສຸດວັນທີ 28 ມີນາ 2022 ປິດຢູ່ທີ່ 1.720 ກີບຕໍ່ຮຸ້ນ ປັບຕົວເພີ່ມຂຶ້ນ 160 ກີບ ມີປະລິມານການຊື້-ຂາຍ 800 ຮຸ້ນ ຫາກຄິດເປັນມູນຄ່າການຊື້-ຂາຍຕໍ່ວັນ ປະມານ 1 ຕື້ກີບ ຄຽງຄູ່ກັນນັ້ນ PCD ຍັງຄົງເປັນຮຸ້ນທີ່ຢືນໜຶ່ງໃນ 3 ບໍລິສັດ ມີມູນຄ່າການຊື້-ຂາຍຮຸ້ນຫຼາຍທີ່ສຸດ ປະຈໍາເດືອນມັງກອນ 2022 ເຊິ່ງໄດ້ຮັບການຈັດອັນດັບຈາກຕະຫຼາດຫຼັກຊັບລາວ.

    ປັດຈຸບັນ ບໍລິສັດ PCD ຜູ້ຊ່ຽວຊານດ້ານການໃຫ້ບໍລິການວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນຢູ່ລາວ ແລະ ເປັນບໍລິສັດທີ 6 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ໄດ້ເປີດການຊື້-ຂາຍຮຸ້ນຄັ້ງທໍາອິດໃນວັນທີ 10 ຕຸລາ 2017 ດ້ວຍລາຄາ 1.350 ກີບຕໍ່ຮຸ້ນ ປັດຈຸບັນ ລາຄາຮຸ້ນມີການເໜັງຕີງຂຶ້ນ-ລົງຕາມກົນໄກເສດຖະກິດ ບໍລິສັດ PCD ເປັນໜຶ່ງໃນ 3 ບໍລິສັດທີ່ມີມູນຄ່າການຊື້-ຂາຍຮຸ້ນຫຼາຍທີ່ສຸດໃນເດືອນມັງກອນ 2022 ຮຸ້ນ ຍັງຄົງເປັນຮຸ້ນທີ່ຢືນໜຶ່ງໃນ 3 ບໍລິສັດທີ່ມີການປັບໂຕເພີ່ມຂຶ້ນຕໍ່ເນື່ອງ ນັບແຕ່ຕົ້ນປີ 2022 ຮອດປັດຈຸບັນ ຕະຫຼາດຫຼັກຊັບລາວໄດ້ຈັດອັນດັບຮຸ້ນບໍລິສັດທີ່ມີມູນຄ່າການຊື້-ຂາຍຮຸ້ນຫຼາຍທີ່ສຸດໃນເດືອນມັງກອນ 2022 ປະກອບມີ 3 ພາກສ່ວນຄື:ທະນາຄານການຄ້າຕ່າງປະເທດລາວມະຫາຊົນ 2,23 ຕື້ກີບ ເທົ່າກັບ 66,71% ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ 833,37 ລ້ານກີບ ເທົ່າກັບ 24,83% ແລະ ບໍລິສັດ PCD 140,75 ລ້ານກີບ ເທົ່າກັບ 4,91%  

#  ພາບ-ຂ່າວ​: ສົມສະຫວັນ

error: Content is protected !!