ແອວເອັສ ການໄຟຟ້າ ປະກອບສ່ວນເຂົ້າສານໃຫ້ວັດປ່າພິລາວົງ

    ໂດຍເຫັນໄດ້ຄວາມສໍາຄັນທາງພຸດທະສາສະໜາ ທີ່ເປັນທີ່ເພິ່ງຂອງທຸກຄົນ ແລະ ເຫັນໄດ້ຄວາມຫຍຸ້ງຍາກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ຄວາມຫຍຸ້ງຍາກໃນການໄປ ມາຫາສູ່ກັນ ຍ້ອນທຸກຄົນປ້ອງກັນການຕິດເຊື້ອພະຍາດໂຄວິດ ນອກນີ້ ວັດປ່າພິລາວົງ ທຸດົງທັມມະສະຖານ ເປັນວັດທີ່ຕັ້ງໃໝ່ ຕັ້ງຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ແລະ  ເປັນວັດໜຶ່ງຕັ້ງຢູ່ຫ່າງຈາກເຂດຊຸມຊົນ ເຊິ່ງສ່ວນໃຫຍ່ ຄູບາອາຈານທີ່ປະຈຳຢູ່ວັດແຫ່ງນີ້ຕ້ອງໄດ້ເພິ່ງພາອາໄສຕົນເອງທາງດ້ານອາຫານການກິນເປັນສ່ວນໃຫຍ່ ດັ່ງນັ້ນ ທ່ານ ນາງ ລັດທິດາ ໄຊຈະເລີນ ປະທານບໍລິສັດ ແອວເອັສການໄຟຟ້າ ແລະ ວິສາວະກໍາ ຈໍາກັດ ຈຶ່ງໄດ້ມີຈິດໃຈເຫຼື້ອມໃສສັດທາ ປະກອບສ່ວນເຂົ້າສານ 10 ເປົາ ປະມານ 480 ກິໂລກຣາມ ມູນຄ່າ 4.200.000 ກີບ ຖວາຍໃຫ້ວັດດັ່ງກ່າວ.

     ພິທີມອບ-ຮັບການປະກອບສ່ວນເຂົ້າສານຄັ້ງນີ້ ຈັດຂຶ້ນວັນທີ 14 ເມສາ 2022 ທີ່ວັດປ່າພິລາວົງ ທຸດົງທັມມະສະຖານ ຕາງໜ້າໃຫ້ປະທານບໍລິສັດ ແອວເອັສການໄຟຟ້າ ແລະ ວິສາວະກຳ ຈຳກັດ ກ່າວມອບໂດຍທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກ ຈຳກັດ ແລະ ກ່າວຮັບໂດຍພະອາຈານ ດຳຣົງ ພິມມະຈັກ ຄະນະບໍລິຫານງານປະຈຳການ ຫົວໜ້າກຳມາທິການຕ່າງປະເທດ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ເຈົ້າອະທິການວັດປ່າພິລາວົງທຸດົງທັມມະສະຖານ ມີພະເຖລານຸເຖລະ ແລະ ອອກຕົນຍາດໂຍນເຂົ້າຮ່ວມ.

#  ພາບ-ຂ່າວ​: ສົມສະຫວັນ

error: Content is protected !!