ເລີ່ມໂຄງການກໍ່ສ້າງໂຮງໝໍທະຫານແຂວງບໍລິຄຳໄຊຫຼັງໃໝ່

    ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍທະຫານແຂວງບໍລິຄຳໄຊຫຼັງໃໝ່ ຈັດຂຶ້ນວັນທີ 9 ເມສາ 2022 ຜ່ານມາ ທີ່ໂຮງໝໍກອງບັນຊາການທະຫານແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ທ່ານ ຮວ່າງຈຸງຢຸ້ງ ປະທານສະພາປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈຳແຂວງຮ່າຕິ້ງ ພ້ອມບັນດາຄະນະຜູ້ແທນທັງສອງແຂວງ ແລະ ຕາງໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

    ໂຄງການກໍ່ສ້າງໂຮງໝໍທະຫານແຂວງຫຼັງໃໝ່ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງ ຮ່າຕິ້ງ ແຫ່ງ ສສ ຫວຽດນາມ ໃນມູນຄ່າ 8,3 ຕື້ດົງ ເປັນອາຄານສອງຊັ້ນ ໂຄງສ້າງເບຕົງເສີມເຫຼັກ ມີຂະໜາດ 15,30X27,30 ແມັດ ມຸງດ້ວຍອາລູຊິງ ປະກອບເຄື່ອງໃຊ້ໄຟຟ້າຄົບຊຸດ ຕາມສັນຍາໃນການກໍ່ສ້າງແມ່ນ 9 ເດືອນໃຫ້ສໍາເລັດ ໂດຍແມ່ນບໍລິສັດສາມັກຄີວີແອວເປັນຜູ້ຮັບເໝົາກໍ່ສ້າງ ໂຮງໝໍທະຫານແຂວງບໍລິຄໍາໄຊຫຼັງໃໝ່ນີ້ ເປັນສັນຍະລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ເວົ້າລວມ ເວົ້າສະເພາະ ກໍຄືແຂວງບໍລິຄຳໄຊ ແລະ ແຂວງ ຮ່າຕິ້ງ ໃຫ້ນັບມື້ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ນອກນີ້ ກໍເພື່ອເປັນການຄຳນັບຮັບຕ້ອນ ແລະ ຊົມເຊີຍສອງວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ຫວຽດນາມ- ລາວ ຄື: ວັນສ້າງຕັ້ງສາຍພົວທາງການທູດ ຄົບຮອບ 60 ປີ (ວັນທີ 5 ກັນຍາ 1962-5 ກັນຍາ 2022) ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ຫວຽດນາມ-ລາວ ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2022) ໃຫ້ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.

# ເພັດສະໝອນ

error: Content is protected !!