ສັງເກດອາການຂອງຕົນເອງໃນໄລຍະ 7 ວັນ ຫຼັງຈາກສະຫຼອງບຸນປີໃໝ່ລາວອາດມີອາການຕິດເຊື້ອໄດ້

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 19 ເມສາ 2022 ໃຫ້ຮູ້ວ່າ: ວັນທີ 18 ເມສາ  2022 ໄດ້ກວດວິເຄາະທັງໝົດ 3.138 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 958 ຄົນ (ຕິດເຊື້ອພາຍໃນ 941 ຄົນ ແລະ ນໍາເຂົ້າ 17 ຄົນ) ປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 201.432 ຄົນ ອອກໂຮງໝໍວານນີ້ 177 ຄົນ ກຳລັງປິ່ນປົວ 1.717 ຄົນ ແລະ ເສຍຊີວິດທັງໝົດ 727 ຄົນ (ເສຍຊີວິດໃໝ່ 5 ກໍລະນີ).

    ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 941 ຄົນ ແມ່ນມາຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ

  • ນະຄອນຫຼວງ ມີ 663 ຄົນ
  • ວຽງຈັນ 52 ຄົນ
  • ສະຫວັນນະເຂດ 41 ຄົນ
  • ອັດຕະປື 32 ຄົນ
  • ຫຼວງພະບາງ 28 ຄົນ
  • ໄຊຍະບູລີ 22 ຄົນ
  • ຄຳມ່ວນ 22 ຄົນ
  • ເຊກອງ 21 ຄົນ
  • ອຸດົມໄຊ 19 ຄົນ
  • ຜົ້ງສາລີ 12 ຄົນ
  • ບໍລິຄຳໄຊ 6 ຄົນ
  • ຫົວພັນ 6 ຄົນ
  • ຈຳປາສັກ ​5 ຄົນ
  • ໄຊສົມບູນ 4 ຄົນ
  • ສາລະວັນ 3​ ຄົນ
  • ບໍ່ແກ້ວ 3 ຄົນ
  • ຊຽງຂວາງ 2 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ຈາກນະຄອນຫຼວງ 12 ຄົນ ຈໍາປາສັກ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ ສ່ວນຜູ້ເສຍຊີວິດໃໝ່ 5 ຄົນ ແມ່ນຈາກນະຄອນຫຼວງ 2 ຄົນ ສະຫວັນນະເຂດ 1 ຄົນ ຄຳມ່ວນ 1 ຄົນ ແລະ ຫຼວງນ້ຳທາ 1 ຄົນ.

    ສ່ວນຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີ 2 ຈຸດ ບັນດາແຂວງມີ ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້ ສ່ວນຈຸດບໍລິການວັກຊີນເຄື່ອນທີ່ ກັບມາເປີດໃຫ້ບໍລິການທ່ານນັບແຕ່ມື້ນີ້ເປັນຕົ້ນໄປ.

    ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກແມ່ນມີທ່າອ່ຽງຫຼຸດລົງ ເຊິ່ງເຫັນໄດ້ຈາກຈຳນວນຜູ້ຕິດເຊື້ອໃໝ່ໃນທົ່ວໂລກ 2 ແສນກວ່າຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ທົ່ວໂລກມີ​ 1 ພັນກວ່າຄົນ ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າທ່າອ່ຽງຂອງການລະບາດຈະມີສັນຍານທີ່ດີຂຶ້ນ ແຕ່ພວກເຮົາກໍຍັງຕ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ ເພາະອົງການອະນາໄມໂລກໃຫ້ຮູ້ວ່າ ສາຍພັນໂອມິຄຣອນເພິ່ມຄວາມສ່ຽງໃນການຕິດເຊື້ອຊ້ຳຄືນອີກໄດ້ເຖິງ 2-3 ເທົ່າ ເມື່ອທຽບໃສ່ສາຍພັນເດວຕາ.

    ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງສາຍພັນໂອມິຄຣອນ ກໍ່ຂໍໃຫ້ບັນດາທ່ານໝັ່ນສັງເກດອາການຂອງຕົນເອງໃນໄລຍະ 7 ວັນນີ້ ຫຼັງຈາກທ່ານກັບມາແຕ່ສະຫຼອງບຸນປີໃໝ່ລາວ ໂດຍສະເພາະ ອາການໄຂ້ ໄອ ຈາມ ມີນ້ຳມູກໄຫຼ ຫຼື ເຈັບຄໍ ແລະ ຖ້າຫາກທ່ານພົບອາການດັ່ງກ່າວ ແມ່ນໃຫ້ໄປພົບແພດ ຫຼື ກວດດ້ວຍຊຸດກວດແບບໄວດ້ວຍຕົວເອງ ຖ້າກວດພົບ 2 ຂີດ ໃຫ້ແຍກຕົນເອງອອກຈາກຄົນອ້ອມຂ້າງທັນທີ ແລະ ປິ່ນປົວຕົນເອງ ຫຼື ໂທປຶກສາແພດ ຖ້າອາການທ່ານບໍ່ດີຂຶ້ນ ມີອາການຫາຍໃຈຍາກ ຫຼື ຫາຍໃຈລຳບາກ ແມ່ນໃຫ້ຮີບຮ້ອນໄປພົບແພດໃກ້ບ້ານທ່ານ ເພື່ອແພດຈະໄດ້ປະເມີນອາການ ແລະ ຮັບທ່ານເຂົ້ານອນປິ່ນປົວຕິດຕາມອາການ. 

# ຂ່າວ – ພາບ : ບຸນມີ

error: Content is protected !!