ກະຊວງ ຜທ ສືບຕໍ່ປັບປຸງຄວາມສາມາດການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ

   ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ຄັ້ງທີ 8 ສະໄໝທີ IV ຈັດຂຶ້ນວັນທີ 19 ເມສາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງສະ ຫາຍ ຄຳເຈນ ວົງໂພສີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຜທ ມີສະຫາຍຮອງເລຂາຄະນະບໍລິຫານງານພັກ ຄະນະປະຈຳພັກ ຄະນະບໍລິຫານງານພັກ ຄະນະນໍາກະຊວງ ແລະ ເລຂາໜ່ວຍພັກເຂົ້າຮ່ວມ.

    ສະຫາຍ ຄຳເຈນ ວົງໂພສີ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ຜທ ໃນໄລຍະ 3 ເດືອນຜ່ານມາ (ເດືອນ 1,2,3 ປີ 2022) ແລະ ວາງທິດທາງແຜນການໃນໄຕມາດ II (4,5,6 ປີ 2022) ເພື່ອຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຄົ້ນຄວ້າກົນໄກ ແລະ ມາດຕະ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກະຊວງ ຜທ ໃນໄລຍະການປະຕິບັດວາລະເເຫ່ງຊາດໃນຕໍ່ໜ້າ ແລະ ເພື່ອສືບຕໍ່ປັບປຸງຄວາມສາມາດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ຜທ ແນໃສ່ປະຕິບັດໜ້າທີ່ການເມືອຂອງຕົນໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນ.

.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!