ການຄ້າລາວ-ຫວຽດນາມ ປີ 2021 ບັນລຸຫຼາຍກວ່າ 1 ຕື້ໂດລາສະຫະລັດ

    ອີງຕາມຂໍ້ມູນສະຖິຕິການນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງລາວ ແລະ ຫວຽດນາມ ແຕ່ປີ 2018 ຫາປີ 2021 ທີ່ລາຍງານໃນກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ 12 ເມື່ອວັນທີ 11 ເມສາ 2021 ເຫັນວ່າ: ມູນຄ່າການຄ້າສາມາດບັນລຸ 4,5 ຕື້ໂດລາສະຫະລັດ ໃນນີ້ ມູນຄ່າການສົ່ງອອກຂອງລາວໄປຫວຽດນາມ ບັນລຸ 2,1 ຕື້ໂດລາສະຫະລັດ ແລະ ການນໍາເຂົ້າຂອງລາວຈາກຫວຽດນາມ ບັນລຸ 2,4 ຕື້ ໂດລາສະຫະລັດ.

    ກ່ອນສະພາບການແຜ່ລະບາດຂອງພະຍາດໂຄວິດ19 ສະພາບການຄ້າສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ແມ່ນມີການຂະຫຍາຍຕົວໄປຕາມຄາດໝາຍທີ່ສອງລັດຖະບານວາງອອກ ກໍຄືສາມາດບັນລຸເປົ້າໝາຍອັດຕາການຂະຫຍາຍຕົວຂອງມູນຄ່າການຄ້າ ຢ່າງໜ້ອຍ 10% ຕໍ່ປີ ແຕ່ມາຮອດປີ 2020 ມູນຄ່າການຄ້າສອງຝ່າຍໄດ້ຫຼຸດລົງ (-11,5%) ທຽບໃສ່ປີ 2019 ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການນໍາໃຊ້ມາດຕະການໃນການກວດກາ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນ ການປ່ຽນຄົນຂັບລົດ ການຄ່ຽນຖ່າຍລົດ ແລະ ສິນຄ້າ ເຮັດໃຫ້ການພົວພັນໄປມາ ແລະ ການຂົນສົ່ງສິນຄ້າລະຫວ່າງສອງປະເທດຖືກຜົນກະທົບຢ່າງຮ້າຍແຮງ.

    ຍ້ອນສາຍສໍາພັນອັນແໜ້ນແຟ້ນຂອງ ສປປ ລາວ ແລະ ສສ ຫວຽດນາມ ເຈົ້າໜ້າທີ່ ແລະ ກະຊວງທີ່ກ່ຽວຂ້ອງຂອງສອງປະເທດ ໄດ້ມີຄວາມພະຍາຍາມສູງ ໃນການຄົ້ນຄວ້າປັບປຸງຂັ້ນຕອນ ແລະ ຜ່ອນຜັນບາງມາດຕະການເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກເປັນແຕ່ລະໄລຍະ ສົ່ງຜົນເຮັດໃຫ້ມູນຄ່າການຄ້າລະຫວ່າງສອງປະເທດມີການຂະຫຍາຍຕົວແບບກ້າວກະໂດດໃນປີ 2021 ເຊິ່ງສາມາດບັນລຸໄດ້ 1,37 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020 ກາຍຄາດໝາຍທີ່ສອງລັດຖະບານໄດ້ວາງໄວ້ ແລະ ຖືວ່າເປັນມູນຄ່າການຄ້າສອງຝ່າຍລາວ-ຫວຽດນາມ ທີ່ສູງທີ່ສຸດໃນໄລຍະ 10 ປີຜ່ານມາ ໃນນັ້ນ ສັງເກດເຫັນວ່າມີບາງລາຍການສິນຄ້າຂອງປີ 2021 ທຽບໃສ່ປີ 2020 ມີອັດຕາການນໍາເຂົ້າ-ສົ່ງອອກເພີ່ມຂຶ້ນຫຼາຍສົມຄວນ ເຊັ່ນ: ດ້ານສິນຄ້ານໍາເຂົ້າຈາກຫວຽດນາມປະເພດ ນໍ້າມັນເຊື້ອໄຟ ເພີ່ມຂຶ້ນ 96,69% ຝຸ່ນ ເພີ່ມຂຶ້ນ 353,4% ສາຍໄຟຟ້າ ເພີ່ມຂຶ້ນ552,59% ສ່ວນດ້ານສິນຄ້າສົ່ງອອກໄປຫວຽດນາມປະເພດຜັກ ແລະ ໝາກໄມ້ເພີ່ມຂຶ້ນ 420,7% ແຮ່ທາດເພີ່ມຂຶ້ນ285,77% ຢາງພາລາເພີ່ມຂຶ້ນ101,72%.

error: Content is protected !!