ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ແລະ ນຳໃຊ້ລະບົບ TAXRIS

    ກົມສ່ວຍສາອາກອນ ກະຊວງການເງິນ ເປີດຊຸດເຝິກອົາຮົມວຽກງານຄຸ້ມຄອງ ແລະ ນຳໃຊ້ລະບົບ TAXRIS ຂອງສ່ວຍສາອາກອນນະຄອນຫຼວງວຽງຈັນ (ນວ) ແລະ 9 ເມືອງ ວັນທີ 18 ເມສາ 2022 ທີ່ກົມສ່ວຍສາອາກອນ ເປັນກຽດເຂົ້າຮ່ວມຂອງທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກເຝິກອົບຮົມ ແລະ ພັດທະນາບຸຄະລາກອນ ກົມສ່ວຍສາອາກອນ ມີວິທະຍາກອນ ແລະ ສຳມະນາກອນຈາກຂະແໜງການກ່ຽວຂ້ອງ. 

    ທ່ານ ສູນທອນ ສຸລິສັກ ກ່າວວ່າ ການເຝິກອົບຮົມຄັ້ງນີ້ ມີຄວາມໝາຍຄວາມສຳຄັນສຳລັບຂະແໜງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ເນື່ອງຈາກວ່າການຫັນເປັນທັນສະໄໝແມ່ນວຽກໜຶ່ງທີ່ຂະແໜງສ່ວຍສາອາກອນຕ້ອງໄດ້ຈັດເປັນບູລິມະສິດສຳຄັນໃນການຜັນຂະຫຍາຍຍຸດທະສາດຂອງຂະແໜງການເງິນ ຕໍ່ກັບການຫັນປ່ຽນ ການຄຸ້ມຄອງການເງິນໄປສູ່ລະບົບທັນສະໄໝ ໂດຍສະເພາະ ການຄຸ້ມຄອງລາຍຮັບສ່ວຍສາອາກອນໄປສູ່ລະບົບທັນສະໄໝເຮັດໃຫ້ການເກັບລາຍຮັບມີປະສິດທິພາບ ໂປ່ງໃສ ທັນເວລາ ແລະ ສາມາດກວດສອບໄດ້. 

    ຊຸດເຝິກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 10 ວັນ ມີສຳມານາກອນມາຈາກ ນວ ແລະ 9 ເມືອງໃນ ນວ 60 ທ່ານ ໂດຍຈະໄດ້ຮຽນຮູ້ 5 ຫົວຂໍ້ຄື  ການຄຸ້ມຄອງຜູ້ເສຍອາກອນ ການຄຸ້ມຄອງການແຈ້ງ-ມອບອາກອນ ການຄຸ້ມຄອງລາຍຮັບສ່ວຍສາອາກອນ ການຄຸ້ມຄອງການເກັບລາຍຮັບບໍແມ່ນພາສີ ແລະ ສ່ວຍສາອາກອນ ແລະ ການກວດກາຫຼັງການແຈ້ງຜ່ານລະບົບ TAXRIS ທັງນີ້ ກໍເພື່ອເຮັດໃຫ້ວຽກງານຫັນເປັນທັນສະໄໝໃນການຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ມີຜົນສຳເລັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!