ສຸປາລະມີ ຈາກທົດລອງຕໍ່າສິ້ນນຸ່ງເອງ ກາຍເປັນເຈົ້າຂອງຫັດຖະກໍາບ້ານຫູກຈອມມະນີ

    ທ່ານນາງ ສຸປາລະມີ ວົງໄຊ ເຈົ້າຂອງຫັດຖະກໍາບ້ານຫູກຈອມມະນີ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ເມື່ອກ່ອນ ຕົນໄດ້ເຮັດທຸລະກິດສ່ວນຕົວຢູ່ທີ່ແຂວງວຽງຈັນ ແລະ ຕົນເປັນຜູ້ໜຶ່ງທີ່ມັກຮັກໃນການຕໍາຫູກທໍໄໝ ເຊິ່ງໃນເບື້ອງຕົ້ນ ໄດ້ຕໍ່າໃຊ້ ແລະ ຄົ້ນຄິດລວດລາຍເອງ ມີຈໍານວນ 3 ກີ່ ຈາກນັ້ນ ເຫັນວ່າສັງຄົມໄດ້ໃຫ້ຄວາມສົນໃຈໃນຜະລິດຕະພັນທີ່ຕົນຕໍ່າອອກມານັ້ນ ຈຶ່ງໄດ້ຂະຫຍາຍກີ່ອອກ ເພື່ອຕໍ່າໃຫ້ກັບລູກຄ້າ ແລະ ສັງຄົມກໍມີຄວາມຕ້ອງການເພີ່ມຂຶ້ນເລື້ອຍໆ ມາຮອດປີ 2016 ໄດ້ສ້າງຕັ້ງຫັດຖະກໍາບ້ານຫູກຈອມມະນີຂຶ້ນ ເຊິ່ງມີສະຖານທີ່ຕັ້ງຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປັດຈຸບັນ ມີກີ່ທັງໝົດຫຼາຍກວ່າ 100 ກີ່ ໃນນີ ມີພະນັກງານຕໍ່າຢູ່ກັບທີ່ ແລະ ແຈກຢາຍໃຫ້ເອື້ອຍນ້ອງແມ່ຍິງຕໍ່າຢູ່ບ້ານເຮືອນ ໂດຍສ່ວນໃຫຍ່ແມ່ນເອື້ອຍນ້ອງແມ່ຍິງທະຫານ ປະກອບມີຫຼາຍສີສັນ ລວດລາຍບໍ່ຊໍ້າກັນ ມີຄວາມທັນສະໄໝ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ເປັນຕົ້ນ ແພຕັດເສື້ອ ສິ້ນ ຜ້າບ່ຽງ ແລະ ຕີນສິ້ນ ທີ່ຕໍ່າດ້ວຍໄໝລາບ ຈົກໄໝຄໍາແປ ແລະ ໄໝຄໍາຜັ້ນ ທີ່ມີຄວາມລະອຽດ ແໜ້ນໜາ ແລະ ສວຍງາມ ມີລາຄາຈໍາໜ່າຍທີ່ຈັບຕ້ອງໄດ້ແຕ່ 500.000 ກີບຂຶ້ນໄປ.

    ໃນໄລຍະການລະບາດພະຍາດຂອງພະຍາດໂຄວິດ-19 ແລະ ສະພາບການເໜັງຕີງຂອງເງິນ ຫັດຖະກໍາບ້ານຫູກຈອມມະນີກໍ່ໄດ້ຮັບຜົນກະທົບ ແຕ່ຕ້ອງໄດ້ປະຄັບປະຄອງພາລະຫຼາຍ ເພື່ອໃຫ້ເອື້ອຍນ້ອງແມ່ຍິງໄດ້ມີວຽກເຮັດງານທໍາ ກໍໄດ້ນໍາເຂົ້າວັດຖຸທີ່ຈໍາເປັນ ແລະ ຫຼຸດຜ່ອນປະລິມານລົງ ເພື່ອປະຢັດຕົ້ນທຶນ ເຮັດໃຫ້ທຸລະກິດສາມາດດໍາເນີນການໄປໄດ້ຕໍ່ ສ່ວນທິດທາງໃນຕໍ່ໜ້າ ມີແຜນຈະຂະຫຍາຍກີ່ຕໍ່າຫູກເພີ່ມຂຶ້ນ ພ້ອມທັງຈັດສະຖານທີ່ຕໍາຫູກບ່ອນໃໝ່ ຢູ່ບ້ານບໍ່ນາງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ມີຄວາມກວ້າງຂວາງ ບໍ່ແອອັດ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!