ບຸນປີໃໝ່ລາວ ຕົວເລກຕິດເຊື້ອໃໝ່ຫຼຸດລົງ ແຕ່ບໍ່ຄວນປະໝາດ ໃຫ້ສັງເກດອາການຕົນເອງ 7 ວັນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 18 ເມສາ 2022 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ໃຫ້ຮູ້ວ່າ: ວັນທີ 17 ເມສາ ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.218 ຕົວຢ່າງ ໃນຂອບເຂດທົ່ວປະເທດ ຜົນວິເຄາະ ພົບຜູ້ຕິດເຊື້ອທັງໝົດ 312 ຄົນ ໃນນີ້ຕິດເຊື້ອພາຍໃນ 304 ຄົນ ທີ່ມາຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນຄື:

  • ນະຄອນຫຼວງວຽງຈັນ 156 ຄົນ 
  • ແຂວງສະຫວັນນະເຂດ 15 ຄົນ 
  • ເຊກອງ 2 ຄົນ 
  • ອັດຕະປື 16 ຄົນ 
  • ບໍ່ແກ້ວ 12 ຄົນ 
  • ວຽງຈັນ 31 ຄົນ 
  • ຫຼວງພະບາງ 7 ຄົນ 
  • ອຸດົມໄຊ 7 ຄົນ 
  • ໄຊຍະບູລີ 16 ຄົນ 
  • ຊຽງຂວາງ 11 ຄົນ 
  • ຄຳມ່ວນ 23 ຄົນ 
  • ບໍລິຄຳໄຊ 6 ຄົນ 
  • ໄຊສົມບູນ 1 ຄົນ 
  • ແຂວງຫົວພັນ 1 ຄົນ 

    ສ່ວນການຕິດເຊື້ອນໍາເຂົ້າມີ 8 ຄົນ ຈາກນະຄອນຫຼວງ 4 ຄົນ ແລະ ຈໍາປາສັກ 4 ຄົນ ທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ 200.474 ຄົນ ອອກໂຮງໝໍ 197 ຄົນ ກຳລັງປິ່ນປົວ 1.880 ຄົນ ແລະ ເສຍຊີວິດທັງໝົດ 722 ຄົນ ໃນນີ້ເສຍຊີວິດໃໝ່ 4 ກໍລະນີຄື: ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ. 

    ຈາກການລະບາດຂອງສາຍພັນໂອມິຄຣອນທົ່ວໂລກໃນໄລຍະ 4 ເດືອນທຳອິດຂອງປີ 2022 ນັກວິທະຍາສາດໄດ້ວິເຄາະຂໍ້ມູນທາງດ້ານພັນທຸກຳຂອງເຊື້ອໂຄວິດພົບວ່າ: ໂອມິຄຣອນ BA.4 ມີການແຜ່ລະບາດສູງເຖິງ 59% ຖັດລົງມາແມ່ນ BA.2 ປະມານ 41% ຈຶ່ງມີຄວາມເປັນໄປໄດ້ສູງທີ່ BA.4 ຈະແຜ່ລະບາດໄປທົ່ວໂລກ ແລະ ຈະມາແທນສາຍພັນ BA.2 ໃນໄວໆນີ້ ຕໍ່ກັບສະພາບການດັ່ງກ່າວ ເຖິງແມ່ນວ່າໃນໄລຍະບຸນປີໃໝ່ລາວ ຕົວເລກຕິດເຊື້ອໃໝ່ໃນທົ່ວປະເທດຈະຫຼຸດລົງເຫຼືອຫຼັກຮ້ອຍກໍຕາມ ແຕ່ກໍ່ບໍ່ຄວນປະໝາດ ແລະ ປ່ອຍປະລະເຫຼິງ ເພາະໃນໄລຍະບຸນປີໃໝ່ລາວ ສັງເກດເຫັນວ່າຫຼາຍທ່ານໄດ້ພົບປະສັງສັນ ແລະ ສະຫຼອງບຸນປີໃໝ່ລາວນຳຄອບຄົວ ແລະ ໝູ່ເພື່ອນ ສະນັ້ນ ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງສາຍພັນໂອມິຄຣອນ ຂໍໃຫ້ບັນດາທ່ານໝັ່ນສັງເກດອາການຂອງຕົນເອງໃນໄລຍະ 7 ວັນນີ້ ຫຼັງຈາກທ່ານກັບມາແຕ່ສະເຫຼີມສະຫຼອງບຸນປີໃໝ່ລາວ ໂດຍສະເພາະອາການໄຂ້ ໄອຈາມ ມີນ້ຳມູກໄຫຼ ຫຼື ເຈັບຄໍ ແລະ ຖ້າຫາກທ່ານພົບອາການດັ່ງກ່າວ ແມ່ນໃຫ້ໄປພົບແພດ ຫຼື ກວດດ້ວຍຊຸດກວດແບບໄວດ້ວຍຕົວເອງ ຖ້າກວດພົບ 2 ຂີດ ໃຫ້ແຍກຕົນເອງອອກຈາກຄົນອ້ອມຂ້າງທັນທີ ແລະ ປິ່ນປົວຕົນເອງ ຫຼື ໂທປຶກສາແພດ ຖ້າອາການທ່ານບໍ່ດີຂຶ້ນ ມີອາການຫາຍໃຈຍາກ ຫຼື ຫາຍໃຈລຳບາກ ແມ່ນໃຫ້ຮີບຮ້ອນໄປພົບແພດໃກ້ບ້ານທ່ານ ເພື່ອແພດຈະໄດ້ປະເມີນອາການ ແລະ ຮັບທ່ານເຂົ້ານອນປິ່ນປົວ ຕິດຕາມອາການຢ່າງໃກ້ຊິດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!