ເຈົ້າໜ້າທີ່ຕຳຫຼວດແຂວງໄຊຍະບູລີ ຈັບ ແລະ ຢືດຢາເສບຕິດໄດ້ຈຳນວນຫຼາຍຮ້ອຍກິໂລ

    ໃນວັນທີ 11-12 ເດືອນເມສາ 2022 ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກຸມຜູ້ລັກລອບຂົນຢາເສບຕິດໄດ້ 1 ຄົນ ພ້ອມຢຶດຂອງກາງ ປະເພດຢາໄອສ໌ ຈຳນວນ 513 ຫໍ່ ຫຼື ເທົ່າກັບ 534 ກິໂລ ຢາບ້າ 1.690 ມັດ ຫຼື ເທົ່າກັບ 380 ກິໂລ.

     ທ່ານ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການເມືອງຫົງສາ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 11 ເມສາ 2022 ໄດ້ຮັບແຈ້ງຈາກພົນລະເມືອງດີ ຈະມີກຸ່ມຄົນບໍ່ດີ ມີການຄ້າຂາຍເຄື່ອນຍ້າຍຂົນສົ່ງຢາເສບຕິດຜ່ານເມືອງຫົງສາ ແລະ ພວກເຮົາກໍໄດ້ຈັດຕັ້ງວາງກຳລັງ ວາງແຜນເພື່ອສະກັດກັ້ນລົດກຸ່ມເປົ້າໝາຍດັ່ງກ່າວ ມາຮອດເວລາປະມານ 12:00 ໂມງ ສາມາດກັກລົດເປົ້າໝາຍໄດ້ 1 ຄັນ ເປັນລົດວີໂກແຊັມ ໝາຍເລກທະບຽນກຳແພງນະຄອນ ກວ 5869 ຂັບຂີ່ລົດດັ່ງກ່າວແມ່ນທ້າວ ສີແພງ ລີຢົງວາງ ອາຊີບພະນັກງານລາວໂທລະຄົມ ຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນ້ຳທາ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ ມານຳກັນມີກຸ່ມແກ້ງ  ມາຮອດປັດຈຸບັນ ເຈົ້າໜ້າທີ່ກໍຈັດວາງກຳລັງເພື່ອໄລ່ຊອກ ໄລ່ຈັບກຸ່ມແກ້ງຂອງຜູ້ກ່ຽວ ມາຮອດເວລາປະມານ 11:00 ໂມງ ຂອງວັນທີ 12 ເມສາ 2022 ໄດ້ກວດພົບລົດຣີໂວ່ບໍ່ມີໝາຍເລກທະບຽນ ຈອດຖີ້ມໄວ້ຢູ່ແຄມທາງເຂດບ້ານຫົວແລ້ງກາງ ເມືອງຫົງສາ ແຂວງໄຊຍະບູລີ

    ຜ່ານການກວດກາບໍລິເວນໃກ້ຄຽງ ມີຮ່ອງຮອຍກຸ່ມຄົນບໍ່ດີເອົາຕົວຫຼົບໜີເຂົ້າປ່າ ຜ່ານການກວດກາບໍລິເວນດັ່ງກ່າວ ພົບເຫັນຢາບ້າຈຳນວນ 21 ເປົາ ນ້ຳໜັກ 572 ກິໂລ ລົດຄັນດັ່ງກ່າວມີຮ່ອງຮອຍແກະປ້າຍທະບຽນ ຕໍ່ມາ ເຈົ້າໜ້າທີ່ກໍກວດກາພົບເຫັນປ້າຍລົດຕົກເຮ່ຍຢູ່ບໍລິເວນດັ່ງກ່າວ ປ້າຍກຳແພງນະຄອນ ກລ 6328 ແລະ ໄດ້ຢຶດຂອງກາງດັ່ງກ່າວມາໄວ້ກອງບັນຊາການເມືອງຫົງສາ ແຂວງໄຊຍະບູລີ ໄວ້ ເພື່ອເປັນຫຼັກຖານ.

    # ຂ່າວ – ພາບ : ເພັດສະໝອນ 

error: Content is protected !!