ຈະສຸມໃສ່ປັບປຸງການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສາມາດມີສິນຄ້າທັງໄປ ແລະ ກັບ

    ທ່ານ ພຶດສະພາ ພູມມະສັກ ຜູ້ອຳນວຍການບໍລິສັດເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວ ໄດ້ປະກອບຄຳເຫັນໃນໂອກາດເຂົ້ນຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ສະມາຄົມຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ໃຫ້ຮູ້ວ່າ ວຽການການຂົນສົ່ງໄລຍະຜ່ານມາ ໄດ້ພົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນນັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນປະເທດລາວກາຍເປັນຄູ່ແຂ່ງ ລາຄານໍ້າມັນສູງຂຶ້ນ ເຮັດໃຫ້ທຸລະກິດຂົນສົ່ງມີຄວາມຫຍຸ້ງຍາກ ແລະ ລະມັດລະວັງ ພ້ອມກັນນັ້ນ ການກີດກັ້ນທາງດ້ານການຄ້າຕ່າງປະເທດ ແລະ ການຂົນສົ່ງຂ້າມແດນຕ່າງປະເທດທີ່ນັບມື້ເພີ່ມມາດຕະການຂຶ້ນ ພ້ອມກັນນັ້ນ ບໍລິສັດຂົນສົ່ງຕ່າງປະເທດທີ່ດຳເນີນທຸລະກິດຢູ່ລາວສ່ວນໃຫຍ່ມີລົດຂົນສົ່ງຈຳນວນຫຼາຍຫຼາຍ ເນື່ອງຈາກວ່າເຂົາເຈົ້າສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍ ດອກເບ້ຍຕໍ່າ ລາຄານໍ້າມັນຢູ່ປະເທດອ້ອມຂ້າງຕໍ່າກວ່າຢູ່ລາວ ສະນັ້ນການຂົນສົ່ງຢູ່ປະເທດລາວເຂົາຈິ່ງໄດ້ປຽບ ດັ່ງນັ້ນ ການສ້າງສະມາຄົມຕ້ອງໄດ້ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ໃນຕໍ່ໜ້າ ການຂົນສົ່ງຂອງລາວຈະກາຍເປັນຖານລາຍຮັບອັນສຳຄັນເຂົ້າໃນງົບປະມານຂອງລັດ ໂດຍສະເພາະ ການເຊື່ອມຕໍ່ເສັ້ນທາງລົດໄຟລາວ-ຈີນ ການຂົນສົ່ງຂ້າມແດນໄປຕ່າງປະເທດ. 

    ໃນໄລຍະຜ່ານມາ ລົດຂົນສົ່ງຂອງລາວສາມາດຂົນສົ່ງສິນຄ້າຮອດພຽງແຕ່ຊາຍແດນ ຍັງບໍ່ຂ້າມໄປຕ່າງປະເທດ ສະນັ້ນ ໃນຕໍ່ໜ້າການຂົນສົ່ງຕ້ອງໄດ້ປັບຕົວເຂົ້າຫາເສັ້ນທາງລົດໄຟລາວ-ຈີນໃຫ້ສາມາດຂ້າມແດນໄປຍັງຕ່າງປະເທດໄດ້ ເພາະວ່າສິນຄ້າທີ່ສົ່ງອອກສ່ວນໃຫຍ່ ແມ່ນແຮ່ທາດ ສິນຄ້າກະສິກຳ ແລະ ອື່ນໆ ບໍລິສັດຂົນສົ່ງຕ້ອງໄດ້ປັບຕົວເຂົ້າກັບສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ ນອກຈາກນີ້ ສິນຄ້າໄປກັບຍັງມີຈຳນວນໜ້ອຍ ສ່ວນໃຫຍ່ສິນຄ້າຢູ່ລາວມີພຽງຂາດຽວ ສ່ວນຂາກັບຍັງບໍມີຮອດ 50% ດັ່ງນັ້ນ ຕ້ອງໄດ້ສຸມໃສ່ບັນຫາສິນຄ້າໃຫ້ສາມາດມີທັງໄປ ແລະ ກັບ ເຮັດໃຫ້ການຂົນສົ່ງຂະໜາດນ້ອຍ ກາງ ແລະ ໃຫຍ່ສາມາດດຳເນີນທຸລະກິດໄດ້ນຳກັນໄດ້ ໄປຄຽງຄູ່ກັນນັ້ນ ບັນດາບໍລິສັດຂົນສົ່ງຕ້ອງໄດ້ປັບປຸງລະບົບຕ່າງໆ ຫັນມາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການຄຸ້ມຄອງລົດ ເຮັດໃຫ້ສິນຄ້າຮອດປາຍທາງກົງກັບເວລາ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ໃຊ້ບໍລິການ.

.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!