ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ອອກເຄື່ອນໄຫວກວດກາລາດຕະເວນຢ່າງເຄັ່ງຄັດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ກໍ່ຄືນະຄອນຫຼວງວຽງຈັນ ໃນໄລຍະການຫຼິ້ນບຸນປີໃໝ່ລາວ ພສ 2565 ນີ້ ໃຫ້ຖືກຕ້ອງຕາມຂໍ້ກົດນົດ ແລະ ລະບຽບການວາງຕ່າງໆອອກ.

ທ່ານ ພັທ ຄຳຜາຍ ພົມມະຈິດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ນວ ໄດ້ໃຫ້ສຳພາດຕໍ່ ສື່ມວນ ຊົນ ປກສ ວັນທີ 15 ເມສາ 2022 ວ່າ: ການເຄື່ອນໄຫວໃນທີ 15 ເມສາ 2022 (ເປັນວັນເນົາ), ເຊິ່ງເປັນມື້ທີ່ 2 ຂອງການຫຼິ້ນບຸນ ປີໃໝ່ລາວ ພສ 2565 ກອງ ພັນປ້ອງກັນເຄື່ອນທີ່ ໄດ້ສົບທົບ ກັບທະຫານ ນວ ສືບຕໍ່ປະຕິບັດ ຕາມແຜນການທີ່ວາງໄວ ໂດຍສະເພາະການແບ່ງຈຸປະຈຳການອອກເປັນ 2 ຈຸ, ໃນ 5 ຕົວເມືອງ.

ໃນການເຄື່ອນໄຫວອອກກວດກາລາດຕະເວນໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ໂດຍສະເພາະໄດ້ມີການສະລັບກັນໄປຕາມຈຸດຕ່າງໆພາຍໃນ 5 ຕົວເມືອງ ເປັນຕົ້ນແມ່ນ: ຕາມຖະໜົນຫົນທາງ, ການລັດຫົດນ້ຳ ແລະ ການກວດການຄວບຄຸມການເປີດສຽງເພງເນື່ອງນັນຕ່າງໆ ເພື່ອຕິດຕາມແກ້ໄຂບັນຫາດັ່ງກ່າວ, ໃຫ້ມີສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ສຳລັບການເຄື່ອນໄຫວ ວັນທີ 14 ເມສາ ຜ່ານມາ, ພົບ ເຫັນ ເປົ້າໝາຍທີ່ເຄື່ອນໄຫວ ກະທຳຜິດ 1 ຄົນ ມີຂອງກາງຢາບ້າ ຈຳນວນ 17 ເມັດ, ແມ່ນໄດ້ເຮັດ ບົດບັກທຶກ ພ້ອມທັງມອບໃຫ້ ພະແນກທີ່ກ່ຽວຂ້ອງດຳເນີນຄະ ດີຕາມລະບຽບກົດໝາຍ.

ສຳລັບການຫຼິ້ນບຸນປີໃໝ່ ຂອງພໍ່-ແມ່ປະຊາຊົນ ຢູ່ພາຍໃນນະ ຄອນຫຼວງວຽງຈັນ ໂດຍລວມແລ້ວ ແມ່ນມີຄວາມເບີກບານມ່ວນຊື່ນ, ສ່ວນຫຼາຍແມ່ນການສະເຫຼີມສະ ຫຼອງຢູ່ພາຍໃນເຮືອນ ແລະ ຄອບຄົວ ຂອງຕົນເອງ ປະຕິບັດໄດ້ ຕາມກົດລະບຽບທີ່ວາງອອກ ແລະ ຕາມທ້ອງຖະໜົນຫົນທາງແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ.
ໃນໂອກາດນີ້, ທ່ານ ພັທ ຄຳຜາຍ ພົມມະຈິດ ໄດ້ຮຽກຮ້ອງ ໃຫ້ພໍ່-ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ແລະ ຊາວຕ່າງ ປະເທດ ຈົ່ງພ້ອມກັນປະຕິບັດ ຕາມຄຳສັ່ງຂອງທ່ານເຈົ້າຄອງ ນະຄອນຫຼວງ ແລະ ຄຳສັ່ງຂອງ ກອງບັນຊາການ ປກສ ນວ ວາງອອກຢ່າງເຂັ້ມ, ການຫຼິ້ນ ບຸນປີໃໝ່ຢ່າງມີສະຕິ, ຫຼິກເວັ້ນ ຜົນເສຍຫາຍທີ່ຈະເກີດ ຂຶ້ນ ໂດຍສະເພາະບັນຫາຂີ້ລັກງັດແງະ, ການຊິງຊັບ ແລະ ການເກີດ ອຸບັດຕິເຫດຕ່າງໆ.
ພາບ-ຂ່າວ: ປກສ