ວັນທີ 12 ເມສາ 2022 ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບໂທລະສັບອວຍພອນຈາກສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2565.

ໃນໂອກາດນີ້ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ສົ່ງຄໍາອວຍພອນປີໃໝ່ອັນອົບອຸ່ນທີ່ສຸດມາຍັງສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມທັງຝາກຄວາມອວຍພອນປີໃໝ່ຂອງການນໍາຂັ້ນສູງພັກ ລັດ ແຫ່ງ ສສ ຫວຽດນາມ ສົ່ງເຖິງການນໍາຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ. ພ້ອມທັງສະແດງຄວາມຊົມເຊີຍຜົນສໍາເລັດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ XI ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ເຫັນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ປະຊາຊົນລາວອ້າຍນ້ອງ ຍາດໄດ້ຜົນສໍາເລັດໃໝ່ຫຼາຍດ້ານ ສ້າງປະເທດລາວຮຸ່ງເຮືອງ ສີວິໄລ ຖານະບົດບາດຂອງຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບສູງເດັ່ນຂຶ້ນ.

ໃນທ່າມກາງບັນຍາດກາດແຫ່ງບຸນປີໃໝ່ລາວ ກໍຄືບັນຍາກາດການສະເຫຼີມສອງຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ສອງນາຍົກລັດຖະມົນຕີ ມີຄວາມເບີກບານມ່ວນຊື່ນ ຮ່ວມກັນຕີລາຄາສູງ ການຂະຫຍາຍຕົວຂອງການພົວພັນສອງຝ່າຍລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ບໍ່ວ່າຈະໃນເວລາໃດ ກໍຄືສະພາບການໃດ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ກໍສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າບົນ ພື້ນຖານການຕົກລົງຂອງການນໍາຂັ້ນສູງສອງຝ່າຍ ກໍຄືຜົນການພົບປະຂອງສອງນາຍົກລັດຖະມົນຕີ ໃນໂອກາດການຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ກໍຄືການເຂົ້າຮ່ວມກອງປະຊຸມຄະນະກໍາມະ ການຮ່ວມມືທະວິພາຄີ ລາວ-ຫວຽດນາມ ຄັ້ງທີ 44 ໃນເດືອນມັງກອນ 2022 ທີ່ນະຄອນຫຼວງຮ່າໂນ້ຍ ທີ່ສອງນາຍົກລັດຖະມົນຕີ ໄດ້ຕັດສິນໃຈຢ່າງເດັດຂາດ ໃນການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດໃຫ້ມີປະສິດທິຜົນຂຶ້ນສູ່ລະດັບສູງໃໝ່ ຂະແໜງການກ່ຽວຂ້ອງໄດ້ເອົາໃຈຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ສະແດງອອກຜ່ານການເຮັດວຽກຮ່ວມກັນ ທັງແບບເຊິ່ງໜ້າ ແລະ ແບບທາງໄກໃນໄລຍະ 3 ເດືອນຜ່ານມາ ໂດຍສະແດງອອກຜ່ານການເດີນທາງມາຢ້ຽມຢາມເຮັດວຽກຂອງຄະນະຜູ້ແທນຂັ້ນສູງ ກະຊວງແຜນການ ແລະ ການລົງທຶນ ຄະນະກໍາມະການຮ່ວມມື ຫວຽດນາມ-ລາວ, ເລຂາພັກນະຄອນຫຼວງຮ່າໂນ້ຍ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າໃນມໍ່ໆນີ້.
ສອງຝ່າຍໄດ້ເປັນເອກະພາບກັນສືບຕໍ່ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຮ່ວມກັນຢ່າງເປັນຂະບວນຟົດຟື້ນ ສືບຕໍ່ແລກປ່ຽນຄະນະຮ່ວມກັນໃນທຸກລະດັບ ສືບຕໍ່ ຈັດຕັ້ງຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ສັງຄົມ ການເຊື່ອມໂຍງພື້ນຖານໂຄງລ່າງໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ເປັນຕົ້ນແມ່ນຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້ ສະຫາຍ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ຟ້າມ ມິງ ຈິງ ທີ່ໄດ້ໂທລະສັບມາອວຍພອນປີໃໝ່ປະຈຳຊາດລາວໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມສາມັກຄີພິເສດຂອງສອງຊາດ ພ້ອມທັງຕ່າງໜ້າການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ຝາກຄວາມຂອບໃຈໄປຍັງການນໍາຂັ້ນສູງ ພັກ-ລັດ ແຫ່ງ ສສ ຫວຽດນາມ ຕໍ່ກັບຄໍາອວຍພອນປີໃໝ່ອັນອົບອຸ່ນທີ່ສຸດ. ພ້ອມນີ້ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ສະຫາຍ ພັນຄໍາ ວິພາວັນ ກໍໄດ້ອວຍພອນໃຫ້ສະຫາຍ ຟ້າມ ມິງ ຈິງ ພ້ອມຄອບຄົວ ກໍຄື ຝາກຄໍາອວຍພອນໄປຍັງການນໍາຫວຽດນາມ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ນໍາພາປະເທດຫວຽດນາມພັດທະນາ ຮຸ່ງເຮືອງ ສີວິໄລຍິ່ງໆຂຶ້ນ ແລະ ໄດ້ເຊື້ອເຊີນສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍພັນລະຍາມາຢ້ຽມຢາມລາວໃນເວລາອັນຄວນອີກດ້ວຍ.
# ຂ່າວ – ພາບ : ໄຊບັນດິດ