ພິພິຕະພັນບູຮານສະຖານນະຄອນຫຼວງວຽງຈັນເນັ້ນປ້ອງກັນພະຍາດໂຄວິດ-19 ພ້ອມກັບການອະນຸຮັກຮີດຄອງປະເພນີ

         ໃນມື້ທຳຂອງການສະເຫຼີມສະຫຼອງບຸນປີໃໝ່ລາວຊາວນະຄອນຫຼວງວຽງຈັນໄດ້ພ້ອມກັນນຳພາຄອບຄົວລູກຫຼານອອກມາຫົດສົງນໍ້າພະພຸດທະຮູບຕາມວັດວາອາຮາມ ກໍຄືສະຖານທີສຳຄັນຂອງນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ພິພິທະພັນຫໍພະແກ້ວ ສີສະເກດ ແລະ ຫໍຫຼັກເມືອງວຽງຈັນເປັນຕົ້ນດ້ວຍການເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19.

        ທ່ານ ພູວຽງ ໂພທິສານ ອຳນວຍການພິພິທະພັນບູຮານສະຖານນະຄອນຫຼວງວຽງຈັນໃຫ້ສຳພາດຕໍ່ທີມຂ່າວຂອງພວກເຮົາວ່າ: ບຸນປີໃໝ່ເປັນບຸນທີ່ມີຄວາມໝາຍຄວາມສຳຄັນທາງດ້ານຮີດຄອງປະເພນີ ວັດທະນະທຳ ເຊິ່ງໃນມື້ທຳອິດເຫັນວ່າມວນຊົນຊາວນະຄອນຫຼວງວຽງຈັນໄດ້ເລີ່ມອອກມາຫົດສົງນໍ້າພະພຸດທະຮູບ ໃນການອອກມາຫົດສົງພະພຸດທະຮູບນີ້ເຫັນໄດ້ວ່າມວນຊົນຊາວນະຄອນຫຼວງຈຳນວນຫຼາຍແມ່ນໄດ້ໃຫ້ຄວາມສຳຄັນໃນການປ້ອງກັນພະຍາດໂຄວິດ-19 ດ້ວຍການໃສ່ຜ້າປິດປາກ ຮັກສາໄລຍະຫ່າງ.

          ສຳລັບຢູ່ສະຖານບູຮານນະຄອນຫຼວງຂອງພວກເຮົາໄດ້ປະຕິບັດຕາມແຈ້ງການຂອງຂັ້ນເທີງໂດຍໄດ້ເອົາໃຈໃສ່ໃນການປ້ອງກັນພະຍາດໂຄວິດ-19 ໄປຄຽງຄູ່ກັບການປ້ອງກັນຄວາມສະຫງົບ ໃນການປ້ອງກັນໂຄວິດ-19 ນັ້ນແມ່ນໄດ້ຕິດປ້າຍໃສ່ທາງເຂົ້າໃຫ້ຮັກສາໄລຍະຫ່າງ ໃວ່ຜ້າປິດປາກດັງ ພ້ອມທັງມີເຈວລ້າງມື ແລະ ເຄື່ອງແທກອຸນຫະພູມໄວ້ດ້ານໜ້າ ແລະ ອີກຢ່າງໜຶ່ງທີ່ພວກເຮົາໄດ້ເອົາໃຈໃສ່ຄືການຮັກສາຮີດຄອງປະເພນີ ຖ້າຫາກເພດຍິງບໍ່ນຸ່ງສີ້ນແມ່ນຈະບໍ່ໃຫ້ເຂົ້າ ສະນັ້ນຈຶ່ງຂໍຄວາມຮ່ວມມືນຳເອື້ອຍນ້ອງຍິງຈົ່ງພ້ອມກັນນຸ່ງຖືໃຫ້ຖືກຕາມຮີດຄອງປະເພນີເພື່ອເປັນການຮ່ວມກັນສືບສານວັດທະນະທຳຮີດຄອງປະເພນີລາວເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້.

error: Content is protected !!