ທ່ານເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຄໍານັບນາຍົກລັດຖະມົນຕີກຳປູເຈຍ

    ວັນທີ 11 ເມສາ 2022 ທີ່ວັງສັນຕິພາບນະຄອນຫຼວງພະນົມເປັນ ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ]າຊະອານາຈັກກຳປູເຈຍ ໄດ້ເຂົ້າຢ້ຽມຄໍານັບສົມເດັດ ເຕໂຊ ຮຸນ ແຊນ,ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ພາຍຫຼັງທີ່ໄດ້ສຳເລັດການຍື່ນສານຕາຕັ້ງຕໍ່ Samdech Vibol Sena Pheakdei SAY CHHUM, Acting Head of the State of the Kingdom of Cambodia ໃນວັນທີ 15 ມີນາ 2022 ທີ່ຜ່ານມາ. 

    ໃນການເຂົ້າຢ້ຽມຄໍານັບຄັ້ງນີ້ ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄປຍັງສົມເດັດ ເຕໂຊ ຮຸນ ແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ແລະ ຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນ ກຳປູເຈຍທຸກຖ້ວນໜ້າ. 

    ທ່ານ ເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ໃນນາມຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈີງໃຈ ແລະ ຮູ້ບຸນຄຸນໄປຍັງພັກ ລັດຖະບານ ແລະ ປະຊາຊົນກຳປູເຈຍ ຕໍການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອຸປະກອນການແພດ ຢາວັກຊິນ ພະຫະນະລົດຂົນສົ່ງ ຢາ ແລະ ດ້ານການເງີນ ຈາກພາກລັດ ແລະ ເອກະຊົນແຫ່ງລາຊະອານາຈັກກຳປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂດວິດ-19 ທີ່ ສປປ ລາວ. 

    ໃນໂອກາດດັ່ງກ່າວນີ້ ສົມເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະແດງຄວາມຂອງໃຈຕໍ່ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ສົມເດັດ ເຕໂຊ ຮຸນ ແຊນ ໂດຍຜ່ານສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນກຳປູເຈຍທຸກຖ້ວນໜ້າ ພ້ອມທັງກ່າວເນັ້ນວ່າ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ ສອງປະເທດພວກເຮົາໄດ້ມີການພົວພັນພິເສດຍ້ອນປັດໄຈປະຫວັດສາດທີ່ຮັກສາໄວ້ໃຫ້ປະຊາຊົນສອງປະເທດພວກເຮົາສືບທອດກັນມາແຕ່ບູຮານນະການ ແລະ ສອງປະເທດພວກເຮົາກໍຕ້ອງໃຫ້ຄົນຮຸ່ນໃໝ່ໄດ້ສືບຕໍ່ເສີມຂະຫຍາຍການພົວພັນນີ້ຕະຫຼອດໄປໃນອານາຄົດ ບໍ່ວ່າຈະແມ່ນການພົວພັນດ້ານການເມືອງ ເສດຖະກິດ-ການຄ້າ ແລະ ການລົງທືນ ຫຼື ການທ່ອງທ່ຽວ-ວັດທະນະທຳ-ສັງຄົມ ລະຫວ່າງສອງປະເທດພວກເຮົາໃຫ້ມີການຂະຫຍາຍຕົວນັບມື້ນັບເພີ່ມຂື້ນ ສົມເດັດ ເຕໂຊ ຮຸນ ແຊນ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືສອງຝາຍໃຫ້ນັບມື້ນັບເພີ່ມຂື້ນໃນແຕ່ລະຂະແໜງການ ໂດຍສະເພາະແມ່ນຂະແໜ່ງອຸດສາຫະກຳໄຟຟ້າທີ່ສອງປະເທດມີການຊື້ຂາຍໄຟຟ້ານຳກັນ ແລະ ຊຸກຍູ້ອຳນວຍຄວາມສະດວກເຂດການຄ້າຊາຍແດນຂອງປະຊາຊົນທີ່ດຳລົງຊີວິດຢູ່ໃນບັນດາແຂວງລຽບຕາມຊາຍແດນຂອງສອງປະເທດ. ນອກຈາກນັ້ນ ສົມເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໄປດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ຄົນໃໝ່ປະຈຳ ລາຊະອານາຈັກກຳປູເຈຍ ແລະ ໄດ້ອວຍພອນໄຊໃຫ້ທ່ານເອກອັກຄະລັດຖະທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານມານະໂອກາດນີ້.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!