ລັດຖະບານ ສຸມໃສ່ຟື້ນຟູເສດຖະກິດໃຫ້ກັບສູ່ສະພາບປົກກະຕິ

    ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍໃຫ້ບັນລຸຕາມຄາດໝາຍ. 

    ວັນທີ 12 ເມສາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ລັດຖະບານໄດ້ດຳເນີນກອງປະຊຸມວິສາມັນ ເດືອນເມສາ 2022 ໂດຍເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີທ່ານຮອງນາຍົກ ລັດຖະມົນຕີ ທ່ານຮອງປະທານສະພາແຫ່ງຊາດ ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. 

    ກອງປະຊຸມ ໄດ້ຮັບຟັງການລາຍງານ ຄົ້ນຄວ້າ ປຶກສາຫາລືຕໍ່ 3 ຮ່າງກົດໝາຍ ທີ່ລັດຖະບານຈະນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື: 

  1. ຮ່າງກົດໝາຍ ວ່າດ້ວຍວິຈິດສິນ (ສ້າງໃໝ່); 
  2. ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່); 
  3. ຮ່າງກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ). 

    ພາຍຫຼັງໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ກົງໄປກົງມາ ກອງປະຊຸມໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາ 3 ຮ່າງກົດໝາຍດັ່ງກ່າວ ການນໍາເອົາຮ່າງກົດໝາຍມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນວ່າ ລັດຖະບານໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ. ພ້ອມນີ້ ທ່ານປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມທີ່ສຳຄັນ ດັ່ງນີ້: 

  1. ເຫັນດີດ້ານຫຼັກການ ໃຫ້ມີການເປີດປະເທດ ລາຍລະອຽດມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປພິຈາລະນາຄົ້ນຄວ້າ ໂດຍອີງໃສ່ບົດຮຽນຕົວຈິງຂອງປະເທດອ້ອມຂ້າງ. 
  2. ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຕິດຕາມຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ທີ່ຂະແໜງການຕົນຮັບຜິດຊອບໃນແຕ່ລະໄລຍະຢ່າງໃກ້ຊິດ. 
  3. ສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ນອກຈາກນັ້ນ ກໍໃຫ້ສືບຕໍ່ສົ່ງເສີມການຜະລິດກະສິກໍາ ແລະ ສິນຄ້າ ໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດໃຫ້ພຽງພໍ. 
  4. ໃຫ້ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຮີບຮ້ອນແກ້ໄຂບັນຫາລາຄານໍ້າມັນ ເພື່ອຫຼຸດຜ່ອນຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ. ຄຽງຄູ່ກັນນັ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ສະບຽງອາຫານຢ່າງໃກ້ຊິດ ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ. 
  5. ສືບຕໍ່ຄຸ້ມຄອງ ແລະຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້ ໂດຍສະເພາະ ການຄຸ້ມຄອງ ຕິດຕາມ ກວດກາ ແລະ ດໍາເນີນມາດຕະການຢ່າງເຂັ້ມງວດ ຕໍ່ພາກສ່ວນ ຫຼື ບຸກຄົນທີ່ສວຍໂອກາດປັ່ນປ່ວນອັດຕາແລກປ່ຽນເງິນຕາ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນສ້າງກົນໄກ ຫຼື ຫັນເປັນທັນສະໄໝ ເພື່ອຄຸ້ມຄອງບັນດາຫົວໜ່ວຍທຸລະກິດສົ່ງອອກສິນຄ້າໃຫ້ນຳເງິນຕາຕ່າງປະເທດ ເຂົ້າມາຜ່ານລະບົບທະນາຄານ. 

    ໃນຕອນທ້າຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!