ພິທີຫຼໍ່ພຣະເຈົ້າເກດແກ້ວ ຈຸລະມະນີສຼີລ້ານຊ້າງ

    ວັນທີ 10 ເມສາ 2022 ຜ່ານມາ ໄດ້ມີພິທີຫຼໍ່ພຣະເຈົ້າເກດແກ້ວ ຈຸລະມະນີສຼີລ້ານຊ້າງ ພ້ອມຍົກຍອດຊໍ່ຟ້າຂຶ້ນສູ່ປະຕູໂຂງ ຈໍານວນ 11 ຍອດ ທີ່ວັດເກດແກ້ວສິນໄຊຍາຣາມ ບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກິດຕິມະສັກຝ່າຍຄາລະວາດມີ ທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ  ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ມີພະເຖລານຸເຖລະ ພ້ອມດ້ວຍອໍານາດການປົກຄອງບ້ານ ຊາວພຸດທາສາສະນິກະຊົນ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາເຂົ້າຮ່ວມໃນພິທີ.

   ພຣະອາຈານ ສິນຊັຍ ໄຊຍະວົງ ເຈົ້າອາວາດ ວັດເກດແກ້ວສິນໄຊຍາຣາມ ກ່າວວ່າ: ເພື່ອສືບຕໍ່ການກໍ່ສ້າງພັດທະນາວັດເກດແກ້ວສິນໄຊຍາຣາມ ຄະນະສົງ ໄດ້ຈັດພິທີຫຼໍ່ພຣະເຈົ້າເກດແກ້ວ ຈຸລະມະນີສຼີລ້ານຊ້າງ ພ້ອມຍົກຍອດຊໍ່ຟ້າຂຶ້ນສູ່ປະຕູໂຂງ ຈໍານວນ 11 ຍອດ ພ້ອມທັງພິທີທາງສາສະໜາ ໄດ້ນໍາພາອອກຕົນຍາດໂຍມ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາສ້າງພັດທະນາວັດວັດເກດແກ້ວສິນໄຊຍາຣາມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງພະພຸດທະສາສະໜາ ທັງເຮັດໃຫ້ວັດວາອາຮາມ ພຸດທະສາສະໜາມີຄວາມຈະເລີນຮຸ່ງເຮືອງ.

error: Content is protected !!