ທ່ານປະທານປະເທດ ອວຍພອນປີໃໝ່ລາວ ພ.ສ 2565

  ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564 ຕ້ອນຮັບປີໃໝ່ ພ.ສ 2565 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍ ພອນ ປະຊາຊົນລາວທົ່ວປະເທດ, ປະຊາຊົນລາວ ທີ່ດຳລົງຊີວິດຢູ່ຕ່າງ ປະເທດ ພ້ອມດ້ວຍຊາວຕ່າງ ປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້:

 ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ປີເກົ່າ ປີສະລຸ ພ.ສ 2564 ກຳລັງຈະຜ່ານໄປ ແລະ ປີໃໝ່ ປີຂານ ພ.ສ 2565 ກຳລັງຈະມາແທນທີ່, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຮ່ວມກັບພໍ່ແມ່ພີ່ນ້ອງຮ່ວມຊາດ ເຮົາສະເຫຼີມສະຫຼອງ ເພື່ອຕ້ອນຮັບກຸດສົງການປີໃໝ່ ຊຶ່ງຖືເປັນມື້ສັນວັນດີ ແລະ ເປັນສີຣິມຸງຄຸນ ທີ່ປະຊາຊົນລາວເຮົານັບຖື ເປັນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາຕະຫຼອດມາ.

ຮຽນ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ປີສະລຸ ກຳລັງຈະຜ່ານພົ້ນໄປນັ້ນ, ຕ້ອງຖືໄດ້ວ່າເປັນອີກປີໜຶ່ງ ທີ່ປະຊາຊົນລາວທຸກຖ້ວນໜ້າຂອງພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນໃນປະເທດຂອງພວກເຮົາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດຜ່ານພົ້ນໄດ້ ຊຶ່ງປະເທດເຮົາຍັງປົກປັກຮັກສາໄດ້ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບທາງສັງຄົມ, ເສດຖະກິດ ກໍຍັງຢູ່ໃນລະດັບກຳລັງຟື້ນຟູ ແລະ ສືບຕໍ່ມີບາດກ້າວຂະຫຍາຍຕົວໃນລະດັບທີ່ແນ່ນອນ; ປະຊາຊົນເຮົາໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງຮ່ວມໃຈກັນບຸກໜ້າບືນຕົວຜ່ານຜ່າຮ່ວມກັນ, ຮັກສາໄດ້ມູນເຊື້ອສາມັກຄີປອງ ດອງ, ພ້ອມພຽງກັນປະຕິບັດ ບັນດາແນວທາງນະໂຍບາຍຂອງ ພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ ມາໄດ້ຢ່າງ ເປັນໜ້າຊື່ນຊົມ.

 ທຸກໆສິ່ງ ທີ່ປະຊາຊົນເຮົາຍາດມາ ໄດ້ຈາກການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການໃນປີຜ່ານມານັ້ນ, ມັນເປັນພື້ນຖານອັນສຳ ຄັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ, ການດຳລົງຊີວິດຂອງທຸກໆ ຄົນໃນຊາດ ເພື່ອກ້າວເຂົ້າສູ່ປີໃໝ່ ປີຂານ ພ.ສ 2565 ຈະມາເຖິງນີ້ ດ້ວຍຄວາມຫວັງ ແລະ ກຳລັງໃຈ ຂອງຄົນໃນຊາດ ເພື່ອປະເຊີນໜ້າ ກັບສິ່ງທ້າທາຍທົດສອບໃນປີຂານທີ່ຈະມາເຖິງນີ້ ແລະເພື່ອນຳເອົາປະ ເທດຊາດທີ່ແສນຮັກຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

   ຂໍຖືໂອກາດອັນເລີກງາມຍາມ ດີນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍ ພອນອັນປະເສີດ ໃຫ້ແກ່ປວງຊົນ ລາວທຸກຖ້ວນໜ້າໃນທົ່ວປະເທດ, ປະຊາຊົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະ ເທດທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະ ປາຖະໜາສິ່ງໃດກໍຂໍໃຫ້ໄດ້ດັ່ງ ຄວາມ ມຸ່ງຫວັງ ທຸກປະການ ດ້ວຍເທີ້ນ !.

   ຂໍໃຫ້ທຸກໆທ່ານ ມີສະຕິໃນການ ສະຫຼອງກຸດສົງການປີນີ້ຢ່າງລະມັດ ລະວັງ, ຂໍໃຫ້ປະຕິບັດຕາມຄຳສັ່ງ, ຄຳແນະນຳ ຂອງທາງການຢ່າງ ເຂັ້ມງວດ ເພື່ອຄວາມປອດໄພຂອງ ທ່ານ ແລະ ຂອງໝົດທຸກໆຄົນ ຂອງພວກເຮົາ.

  ໂຊກດີປີໃໝ່ !

error: Content is protected !!