Meta ມີສ່ວນຮ່ວມສະເຫຼີມສະຫຼອງປີໃໝ່ລາວ

    ເມື່ອເວົ້າເຖິງໜຶ່ງໃນບັນດາວັນທີ່ສຳຄັນທີ່ສຸດໃນປະຕິທິນລາວ ປີໃໝ່ລາວ ແມ່ນໜຶ່ງໃນເທສະການ ທີ່ມີຄວາມໝາຍທີ່ສຸດສຳລັບຄົນລາວທຸກຄົນໃນທົ່ວໂລກ ພາລະກິດຂອງ Meta ແມ່ນການສ້າງ Metaverse ໃຫ້ປາກົດຜົນເປັນຈິງ ແລະ ຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນໄດ້ ຊອກຫາຊຸມຊົນ ແລະ ເຕີບໂຕໄປພ້ອມກັນ.

    Meta ໄດ້ເນັ້ນໜັກບາງກະແສນິຍົມ ທີ່ກຳລັງຈະເກີດຂຶ້ນໃນໂລກອອນລາຍ ເນື່ອງຈາກບໍລິສັດກຳລັງສ້າງເສັ້ນທາງໄປສູ່ໂລກ ເໝືອນຈິງ (Metaverse)​ ເຊິ່ງລວມເຖິງກະແສນິຍົມທີ່ກຳລັງມາແຮງ ແລະ ການຮັບຮອງເອົາເຕັກໂນໂລຊີ AR ແລະ VR ອີກດ້ວຍ ມີຜູ້ສ້າງເນື້ອຫາຫຼາຍກວ່າ 600.000 ຄົນ ໄດ້ເຜີຍແຜ່ພາບເອັບເຟັກຫຼາຍກວ່າ 2,5 ລ້ານພາບ ທົ່ວແພລດຟອມຂອງ Meta ແລະ ຍັງມີຫຼາຍກວ່າ 700 ລ້ານຄົນ ທີ່ນໍາໃຊ້ພາບເອັບເຟັກ AR ໃນທົ່ວແອັບ Facebook ແລະ ເຄື່ອງມືຕ່າງໆໃນທຸກໆເດືອນ. 

    ໃນປີນີ້ Meta ໄດ້ປຶກສາຫາລືກັບບັນດາຜູ້ສ້າງເນື້ອຫາ ແລະ ຜູ້ທີ່ມີອິດທິພົນໃນໂລກອອນລາຍ ພາຍໃນປະເທດ ພ້ອມທັງຖາມພວກເຂົາເຖິງວິທີການໃນການເຊື່ອມຕໍ່ ແລະ ໃກ້ຊິດກັບກອງເຊຍ ລວມເຖິງຊຸມຊົນຂອງພວກເຂົາ ເຊິ່ງຜູ້ສ້າງເນື້ອຫາທີ່ເປັນທີ່ນິຍົມໃນປະເທດລາວ ເພຈ Una Studio ກ່າວວ່າ: ປີໃໝ່ລາວປີນີ້ ກໍບໍ່ມີຫຍັງຫຼາຍເນາະ ເພາະເປັນອີກປີໜຶ່ງທີ່ງຽບໆ ເຮົາຂໍໃຊ້ພື້ນທີ່ Facebook ນີ້ ອວຍໄຊໃຫ້ພອນໃຫ້ທຸກຄົນມີແຕ່ໂຊກລາບ ຫຼິ້ນປີໃໝ່ຢ່າງມີສະຕິ ປະຕິບັດຕາມຄຳແນະນຳທີ່ພັກ-ລັດວາງອອກ ໂຊກດີປີໃໝ່ອອນລາຍເດີ້! ເພຈຣີວິວອາຫານທີ່ມີຊື່ສຽງໃນປະເທດ ເພຈ ທ້ອງແຕກ Thong Taek ອວຍພອນວ່າ: ປີໃໝ່ນີ້ ພວກເຮົາຂໍໃຫ້ທຸກຄົນປອດໄພ ຫຼິ້ນປີໃໝ່ແບບ New Normal ນຳກັນ ຮັກສາສຸ ຂະພາບ ແລະ ລະວັງຕົວ ມີຄວາມຮັບຜິດຊອບຕໍ່ສັງຄົມເດີ້ທຸກຄົນ ໜຶ່ງໃນບັນດາຜູ້ສ້າງເນື້ອຫາທີ່ມີຄວາມ ຄິດສ້າງສັນທີ່ສຸດໃນຕອນນີ້ ເພຈ ReeRiew ຫຼີລຽວ ທ່ຽວລາວ ກໍໄດ້ກ່າວວ່າ: “ເນື່ອງຈາກພວກເຮົາຍັງຕ້ອງເຝົ້າລະວັງ ແລະ ຕິດຕາມສະຖານະການພະຍາດໂຄວິດ-19 ຢູ່ໃນໄລຍະນີ້ ພວກເຮົາຂໍອວຍພອນໃຫ້ລູກເພຈທີ່ໜ້າຮັກທຸກຄົນປອດໄພ ສະຫຼອງແບບນ້ອຍໆແຕ່ອົບອຸ່ນເດີ້ ສຳລັບພວກເຮົາຖ້າຢາກອວຍພອນໃຫ້ໃຜ ກໍອວຍພອນຜ່ານ Facebook ນີ້ ແລ້ວແທັກພວກເຂົາເລີຍ ຢ່າງໜ້ອຍກໍເຮັດໃຫ້ຮູ້ສຶກໃກ້ຊິດກັນຍິ່ງຂຶ້ນ. 

    ໂດຍໄດ້ຮັບແຮງບັນດານໃຈຈາກ Theme Metaverse Meta ຍັງໄດ້ສ້າງພາບກຣາຟິກ “ສະຫຼອງປີໃໝ່ລາວນຳກັນ” ຂຶ້ນ ເພື່ອເຮັດໃຫ້ຜູ້ຄົນໃນຊຸມຊົນສາມາດແບ່ງປັນຄວາມສຸກ ແລະ ຄວາມມ່ວນຊື່ນທົ່ວເທິງແພລດຟອມ ພ້ອມທັງເຊື່ອມຕໍ່ກັບຄົນທີ່ພວກເຂົາຮັກອີກດ້ວຍ ໂດຍວິທີການຮ່ວມມ່ວນຊື່ນໄປກັບການສາດນໍ້າທາງອອນລາຍ ໃນແບບຂອງ Metaverse: 1. ແຊຣພາບກຣາຟິກສາດນໍ້ານີ້ ແລ້ວແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ ເທິງ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ. 2. ດາວໂຫຼດພາບກຣາບຟິກນີ້ ແລ້ວລົງ Story ໃນ Instagram ແລະ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ ແລ້ວແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ. 3. ດາວໂຫຼດພາບກຣາຟິກນີ້ ແລ້ວແບ່ງປັນກັບໝູ່ເພື່ອນ ຫຼື ຄົນຮັກຂອງທ່ານເທິງແອັບສົນທະນາ ເຊັ່ນ: Whatsapp ແລະ Messenger.

    ມາສະແດງໃຫ້ຄອບຄົວ ແລະ ໝູ່ເພື່ອນຂອງທ່ານໄດ້ຮັບຮູ້ວ່າທ່ານກຳລັງຄິດຮອດພວກເຂົາຢູ່ໃນໄລຍະເທສະການປີໃໝ່ລາວນີ້. ໂຊກດີປີໃໝ່ລາວ 2022 ເດີ້!. 

# ຂ່າວ-ພາຍ: ສະບາໄພ

error: Content is protected !!