ສປປ ລາວ ຖືກສະເໜີໃຫ້ເປັນເຈົ້າພາບຈັດຊີເກມ ຄັ້ງທີ 35 ປີ 2029

    ກອງປະຊຸມຫົວໜ້າຄະນະມົນຕີກີລາຊີເກມ ໄດ້ສະເໜີໃຫ້ ສປປ ລາວ ເປັນເຈົ້າພາບຈັດງານມະຫະກຳກີລາຊີເກມ ຄັ້ງທີ 35 ປີ 2029 ຖັດຈາກລາຊະອານາຈັກໄທ ຈັດແຂ່ງຂັນຄັ້ງທີ 33 ປີ 2025 ແລະ ປະເທດອິນໂດເນເຊຍ ເປັນເຈົ້າພາບ ຈັດແຂ່ງຂັນຄັ້ງທີ 34 ໃນປີ 2027 ສຳເລັດ.

   ກອງປະຊຸມຫົວໜ້າຄະນະກີລາຊີເກມ ຄັ້ງທີ 32 ຈັດຂຶ້ນເມື່ອວັນທີ 8-9 ເມສາ 2022 ຢູ່ລາຊະອານາຈັກກຳປູເຈຍ ເພື່ອກຽມຮັບກຽດເປັນເຈົ້າພາບຈັດງານມະຫະກຳກີລາຊີເກມ ຄັ້ງທີ 32 ໃນປີ 2023 ພາຍໃຕ້ການເປັນປະທານຂອງທ່ານ ທອງຄູນ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລາຊະອານາຈັກກຳປູເຈຍ ໃນນັ້ນ ມີບັນດາຕາງໜ້າຄະນະນຳຈາກ 11 ຊາດ ໃນອາຊຽນເຂົ້າຮ່ວມ ສະເພາະຄະນະມົນຕີຊີເກມ ສປປ ລາວ ນຳໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມຄະນະເຂົ້າຮ່ວມ.

    ຄະນະຮັບຜິດຊອບຈັດງານຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ໄດ້ລາຍງານ 3 ວຽກຫຼັກໆ ກໍຄືລາຍການແຂ່ງຂັນຕ່າງໆ ຈັດເປັນ 3 ໝວດ ປະກອບມີ ໝວດກີລາພາກບັງຄັບ ໝວດກິລາທົ່ວປະເທດ ແລະ ໝວດກີລາທີ່ເຈົ້າພາບສະເໜີເຂົ້າຮ່ວມແຂ່ງຂັນ ເພື່ອຫາສຽງສະໜັບສະໜູນຈາກບັນດາປະເທດສະມາຊິກ ນອກນັ້ນ ທາງເຈົ້າພາບ ໂດຍສະເພາະຄະນະກຳມະການກ່ຽວກັບການຖ່າຍທອດສົດ ກໍໄດ້ເຮັດວຽກບ້ານເພື່ອອະທິບາຍໃຫ້ຊາດສະມາຊິກຮັບຮູ້ ການຫ້າງຫາກະກຽມໃນການຖ່າຍທອດສົດ ແລະ ລິຂະສິດຕ່າງໆ ລວມເຖິງການເຮັດແອັບພລີເຄເຊິນ ເພື່ອໃຫ້ບັນດາຊາດສະມາຊິກໃນອາຊຽນ ສາມາດຕິດຕາມຂໍ້ມູນຂ່າວສານການແຂ່ງຂັນກີລາຊີເກມຜ່ານມືຖືໄດ້ຢ່າງສະດວກສະບາຍ.

    ພ້ອມກັນນັ້ນ ທາງກຳມະການສານຕ້ອງຫ້າມ ກໍໄດ້ມາອະທິບາຍກ່ຽວກັບການກີລາ ຜ່ານການດຳເນີນກອງປະຊຸມສອງວັນ ທາງເຈົ້າພາບ ກໍໄດ້ມີການສະເໜີແຜນການຈະຈັດແຂ່ງຂັນ ພ້ອມທັງປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນໃຫ້ເຊິ່ງກັນ ແລະ ກັນ ໂດຍສະເພາະ ມາເລເຊຍ ແລະ ອິນໂດເນເຊຍ ກໍໄດ້ສະເໜີເອົາກີລາປັນຈັກສີລັດບັນຈຸເຂົ້າແຂ່ງຂັນ ແລະ ທາງ ສປປ ລາວ ກໍໄດ້ສະໜັບສະໜູນທຸກປະເພດກີລາທີ່ທາງເຈົ້າພາບໄດ້ຫ້າງຫາກະກຽມໄວ້ ພິເສດ ກໍໄດ້ສະເໜີໃຫ້ບັນຈຸກີລາວູຊູ ເຂົ້າແຂ່ງຂັນເຊັ່ນກັນ ສ່ວນທາງເຈົ້າພາບກໍໄດ້ສະເໜີຈະຈັດການແຂ່ງຂັນຢູ່ 4 ຈຸດໃຫຍ່ໆໃນລາຊະອານາຈັກກຳປູເຈຍ ແນວໃດກໍດີ ມາຮອດປັດຈຸບັນ ເຈົ້າພາບ ປະເທດກຳປູເຈຍ ໄດ້ມີຄວາມຄືບໜ້າ ແລະ ມີຄວາມພ້ອມຫຼາຍດ້ານໃນການຈັດງານ ໂດຍສະເພາະທາງດ້ານການປ້ອງກັນໂຄວິດ-19 ປະເທດເຈົ້າພາບໄດ້ມີການລະດົມປະຊາຊົນໃຫ້ມີການສັກວັກຊີນເປັນທີ່ຮຽບຮ້ອຍ ແລະ ມີທ່າອ່ຽງດີຂຶ້ນເລື້ອຍໆ ແລະ ບັນຫາສຸດທ້າຍ ທາງຄະນະກຳມະການຕ່າງໆ ກໍໄດ້ລາຍງານໃຫ້ປະທານຮັບຊາບ ບັນດາປະເທດທີ່ເຂົ້າຮ່ວມແຂ່ງຂັນ ພ້ອມທັງໄດ້ຄົ້ນຄວ້າຈັດການແຂ່ງຂັນຄັ້ງຕໍ່ໄປ ແນ່ນອນ ໃນປີໜ້າແມ່ນກຳປູເຈຍ ຄັ້ງທີ 32 ສ່ວນຄັ້ງຕໍ່ໄປ ປີ 2025 ແມ່ນໄທ ເປັນເຈົ້າພາບ ແລະ ຄັ້ງທີ 34 ປີ 2027 ແລະ ຄັ້ງທີ 35 ປີ 2029 ທາງກອງປະຊຸມກໍໄດ້ສະເໜີໃຫ້ປະເທດອິນໂດເນເຊຍ ແລະ ສປປ ລາວ ຮັບກຽດເປັນເຈົ້າພາບ ແຕ່ ທັງນັ້ນ ທັງນີ້ ທາງອິນໂດເນເຊຍ ແລະ ສປປ ລາວ ກໍຂໍເກັບເອົາຄຳສະເໜີຕ່າງໆກັບໄປສະເໜີຕໍ່ລັດຖະບານ ແລະ ຈະໄດ້ຕອບໃນກອງປະຊຸມຄະນະມົນຕີຊີເກມໃນຄັ້ງຕໍ່ໄປ.

# ຂ່າວ – ພາບ : ສີພອນ

error: Content is protected !!