ລັດ ຮວ່ມມືເອກະຊົນ ສ້າງສູນພັດທະນາສືມືແຮງງານດ້ານກະສິກຳ

    ພິທີເຊັນສັນຍາຮ່ວມມືດ້ານວິຊາການ ລະຫວ່າງສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກັບ ບໍລິສັດ ໜຳເວ້ພັດທະນາ (ລາວ) ຈຳກັດ ຕາງໜ້າເຊັນໂດຍທ່ານ ດຣ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ແລະ ທ່ານ ຢ່າງ ລີຮາວ ຕາງໜ້າ ບໍລິສັດ ໜຳເວ້ພັດທະນາ (ລາວ) ຈຳກັດ ແລະ ເຊັນສັນຍາເຊົ່າດິນລັດ ລະຫວ່າງກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ກັບບໍລິສັດ ໜຳເວ້ພັດທະນາ (ລາວ) ຈຳກັດ ຕາງໜ້າເຊັນໂດຍທ່ານ ພຸດທະສິນ ເຮືອງທິວົງ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ແລະ ທ່ານ ຢ່າງ ລີຮາວ ຕາງໜ້າບໍລິສັດໜຳເວ້ພັດທະນາ (ລາວ) ຈຳກັດ  ການເຊັນສັນຍາດັ່ງກ່າວ ຈັດຂຶ້ນວັນທີ 11 ເມສາ 2022 ທີ່ເຮືອນຮັບແຂກກະຊວງ ຮສສ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ມີ ບັນດາທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການກະຊວງ ຮສສ ຫົວໜ້າກົມ ຮອງກົມ ພ້ອມດ້ວຍບັນດາທ່ານແຂກຖືກເຊີນເຂົ້າຮວ່ມເປັນສັກຂີພິຍານ.

     ການເຊັນສັນຍາດັ່ງກ່າວ ແມ່ນເພື່ອສ້າງສູນພັດທະນາສີມືແຮງງານດ້ານກະສິກຳ VITAL FARM ເພື່ອການສຶກສາ ແລະ ແລກປ່ຽນວັດທະນະທຳ ຕັ້ງຢູ່ບ້ານນາຊາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຮັບອະນຸຍາດຢ່າງເປັນທາງການຈາກລັດຖະມົນຕີກະຊວງການເງິນ ຕາມຂໍ້ຕົກລົງສະບັບເລກທີ 0937/ກງ ລົງວັນທີ 31 ມີນາ 2022 ວ່າດ້ວຍການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດີນຂອງລັດແກ່ບໍລິສັດ ໜຳເວ້ ພັດທະນາ (ລາວ) ຈຳກັດ ໂດຍມອບໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດເປັນຜູ້ເຊັນສັນຍາຮ່ວມກັບບໍລິສັດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1289 /ຮສສ ລົງວັນທີ 6 ເມສາ 2022 ວ່າດ້ວຍການອະນຸມັດໃຫ້ສະຖາບັນພັດທະນາສີມືແຮງງານ ເຊັນສັນຍາຮ່ວມມືດ້ານວິຊາການກັບ ບໍລິສັດ ໜຳເວ້ ພັດທະນາ (ລາວ) ຈຳກັດ ດັ່ງນັ້ນ ສັນຍາເຊົ່າ – ສຳປະທານ ທີ່ດິນຂອງລັດ ແລະ ສັນຍາຮ່ວມມືດ້ານວິຊາການນີ້ ຈະກາຍເປັນຂີດໝາຍໃໝ່ໃນການຜັນຂະຫຍາຍຍຸດທະສາດແຫ່ງຊາດເພື່ອການສົ່ງເສີມວຽກເຮັດງານທຳໃນຊົນນະບົດ ການຜັນຂະຫຍາຍແຜນພັດທະນາວຽກງານ ຮສສ 5 ປີ ຄັ້ງທີ 5 ດ້ວຍການຮ່ວມມືຈາກນັກລົງທຶນຕ່າງປະເທດ ເຂົ້າມາເປັນຄູ່ຮ່ວມພັດທະນາສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃນການພັດທະນາພື້ນຖານໂຄງລ່າງ ພັດທະນາສີມືແຮງງານດ້ານກະສິກຳໃຫ້ເປັນລະບົບຄົບຊຸດ ໃນລະດັບທີ່ແນ່ນອນ ເພື່ອຫຼຸດຜ່ອນການນຳໃຊ້ງົບປະມານຂອງລັດເທື່ອລະກ້າວ ພ້ອມດຽວກັນນັ້ນ ສູນພັດທະນາສີມືແຮງງານດ້ານກະສິກຳແຫ່ງນີ້ ຈະກາຍເປັນສູນແຫ່ງການສຶກສາຮຽນຮູ້ທາງດ້ານວິທະຍາສາດ ເຕັກໂນໂລຊີ ກ່ຽວກັບການພັດທະນາກະສິກຳທີ່ທັນສະໄໝ ການທ່ອງທ່ຽວ ແລກປ່ຽນບົດຮຽນທາງດ້ານວັດທະນະທຳ ໂດຍຈະເປີດໃຫ້ບໍລິການແກ່ນັກຮຽນ-ນັກສຶກສາຂອງໂຮງຮຽນມະຫາວິທະຍາໄລ ແລະ ຊາວກະສິກອນຜູ້ທີ່ມີຄວາມສົນໃຈໃນດ້ານການປູກຝັງລ້ຽງສັດ ເຂົ້າມາທັດສະນະສຶກສາ ແລະ ເຝິກງານ ແນໃສ່ເພື່ອສົ່ງເສີມການຜະລິດພາຍໃນ ເປັນສູນການພັດທະນາກະສິກໍາແບບຍືນຍົງ.

       # ຂ່າວ – ພາບ : ເພັດສະໝອນ

error: Content is protected !!