ໄທ ສະໜັບສະໜູນງົບປະມານ 37 ລ້ານກວ່າກີບໃຫ້ລາວນຳໃຊ້ເຂົ້າໃນການຕ້ານໂຄວິດ-19

    ລັດຖະບານແຫ່ງລາຊະອານາຈັກໄທ ສະໜັບສະໜູນງົບປະມານເພື່ອແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈຳນວນ 37 ລ້ານກວ່າກີບ ຫຼື 100.000 ບາດ ໃຫ້ແກ່ຄະນະທີ່ປຶກສາກິດຕິມະສັກ ແລະ ອາຈານແພດອາວຸໂສຕ້ານໂຄວິດ-19 ໃນນະຄອນຫຼວງວຽງຈັນ (ນວ) ເພື່ອຈັດຕັ້ງປະຕິບັດໃນການປ້ອງກັນ ແລະ ສະກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ນວ ກໍຄືໃນ ສປປ ລາວ.

    ພິທີມອບ-ຮັບເງິນດັ່ງກ່າວ ຈັດຂຶ້ນວັນທີ 12 ເມສາ 2022 ທີ່ອົງການປົກຄອງ ນວ ເປັນກຽດມອບໂດຍທ່ານ ເຈດສະດາ ກະຕະເວທີນ ເອກອັກຄະລາຊະທູດແຫ່ງລາຊະອະນາຈັກໄທ ປະຈຳ ສປປ ລາວ ຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ມີພະນັກງານກ່ຽຂ້ອງສອງຝ່າຍເຂົ້າຮ່ວມ.

    ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຂອບໃຈມາຍັງທ່ານເອກອັກຄະລາຊະທູດແຫ່ງລາຊະອະນາຈັກໄທປະຈຳລາວ ກໍຄືລັດຖະບານໄທ ທີ່ໄດ້ສະໜັບສະໜູນງົບປະມານເຂົ້າໃນການຕ້ານພະຍາດໂຄວິດ-19 ຄັ້ງນີ້ ເຊິ່ງເປັນການປະກອບສຳຄັນ ແລະ ຈຳເປັນໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈະນຳເອົາເງິນຈຳນວນດັ່ງກ່າວໄປໝູນໃຊ້ໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!