ຍົກສູງຄຸນນະພາບວຽກງານການຕິດຕາມກວດກາການປະຕິບັດກົດໝາຍ

ພິທີລົງນາມບົດບັນທຶກຄວາມຮ່ວມມື ວ່າດ້ວຍການສຶກສາຄວາມເປັນໄປໄດ້ການຫັນທັນສະໄໝ ກ່ຽວກັບລະບົບຖານຂໍ້ມູນການຕິດຕາມກວດກາການດໍາເນີນຄະດີ ວຽກງານຈັດຕັ້ງ-ພະນັກງານ ແລະ ວຽກງານ ແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກຸ່ມບໍລິສັດ ເອໄອເອັຟ ຈຳກັດຜູ້ດຽວ (AIF Group) ຈັດຂຶ້ນວັນທີ 12 ເມສາ 2022 ທີ່ ອອປສ ນະຄອນຫຼວງວຽງຈັນ.

    ຮ່ວມລົງນາມໃນເອກະສານຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລັດຕະນະມະນີ ຄູນນິວົງ ຮອງປະທານທີ່ປຶກສາອາວຸໂສ ບໍລິສັດ ເອໄອເອັຟ ຈຳກັດຜູ້ດຽວ ມີທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າ ອອປສ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ຈັນທະບູນ ເພັງຄຳໃສ ຫົວໜ້າກົມຈັດຕັ້ງ-ພະນັກງານ ອອປສ ກ່າວວ່າ: ການຫັນເປັນທັນສະໄໝລະບົບຖານຂໍ້ມູນຂອງອົງການໄອຍະການປະຊາຊົນ ເພື່ອເປັນພື້ນຖານໃນການສຶກສາຄວາມເປັນໄປໄດ້ໃນການຫັນເປັນທັນສະໄໝ ລະບົບຖານຂໍ້ມູນຂອງອົງການໄອຍະການປະຊາຊົນ ປັບປຸງລະບົບການດໍາເນີນງານໃຫ້ມີຄວາມວ່ອງໄວ ທັນການ ປະຢັດລາຍຈ່າຍ ພ້ອມທັງສາມາດຕໍ່ຍອດໃຫ້ເກີດມີຜົນປະໂຫຍດ ຕໍ່ກັບວຽກງານໄອຍະການປະຊາຊົນ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ທັນຍຸກດີຈີຕອນທັນສະໄໝຍິ່ງໆຂຶ້ນ ເຊິ່ງມີກໍານົດເວລາຈັດຕັ້ງປະຕິບັດ 12 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໂດຍນໍາໃຊ້ງົບປະມານຂອງບໍລິສັດ ພາຍຫຼັງການສໍາຫຼວດຄວາມເປັນໄປໄດ້ສີ້ນສຸດລົງ ແລະ ເຫັນວ່າມີຄວາມເປັນໄປໄດ້ ສອງຝ່າຍກໍຈະພ້ອມກັນສ້າງເປັນແຜນງານໂຄງການ ນຳສະເໜີລັດຖະບານພິຈາລະນາຕາມລະບຽບການ ບໍລິສັດດັ່ງກ່າວ ໄດ້ຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກະຊວງຍຸຕິທຳ ກະຊວງການເງິນ ແລະ ຂະແໜງການອື່ນຂອງລັດຖະບານມີຜົນສຳເລັດ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!