ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.290 ຄົນ ເສຍຊີວິດ 2 ຄົນ

ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.290 ຄົນ ເສຍຊີວິດ 2 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 12 ເມສາ ປີ 2022 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 11 ເມສາ 2022 ໄດ້ກວດວິເຄາະທັງໝົດ 3.170 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.290 ຄົນ (ຕິດເຊື້ອພາຍໃນ 1.277 ຄົນ ແລະ ນໍາເຂົ້າ 13 ຄົນ) ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 197.389 ຄົນ ອອກໂຮງໝໍວັນທີ 11 ເມສາ 2022 ມີ 364 ຄົນ ກຳລັງປິ່ນປົວ 3.312 ຄົນ ແລະ ເສຍຊີວິດທັງໝົດ 702 ຄົນ (ເສຍຊີວິດໃໝ່ 2 ກໍລະນີ).

    ຂໍ້ມູນໂດຍຫຍໍ້ສະເພາະຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 1.277 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີດັ່ງນີ້

  • ນະຄອນຫຼວງ 797 ຄົນ
  • ແຂວງວຽງຈັນ 82 ຄົນ
  • ຫຼວງພະບາງ 70 ຄົນ
  • ສະຫວັນນະເຂດ 67 ຄົນ
  • ໄຊຍະບູລີ 38 ຄົນ
  • ຄໍາມ່ວນ 37 ຄົນ
  • ອຸດົມໄຊ 31 ຄົນ
  • ອັດຕະປື 29 ຄົນ
  • ຜົ້ງສາລີ 24 ຄົນ
  • ສາລະວັນ 11 ຄົນ
  • ບໍ່ແກ້ວ 10 ຄົນ
  • ບໍລິຄໍາໄຊ 8 ຄົນ
  • ຈໍາປາສັກ 5 ຄົນ
  • ຫຼວງນໍ້າທາ 2 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 13 ຄົນ ຈາກ ແຂວງສະຫວັນນະເຂດ 5 ຄົນ ຫົວພັນ 5 ຄົນ ຈໍາປາສັກ 1 ຄົນ ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ ສ່ວນຜູ້ເສຍຊີວິດໃໝ່ 2 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ ແລະ ສາລະວັນ 1 ຄົນ. ຈຸດບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19 ໃນທົ່ວປະເທດ ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ສ່ວນຈຸດກວດຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນ ພວກເຮົາກໍຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ. ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນ ມີ:ຈຸທີ 1 ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ຈຸດທີ 2 ໂຮງໝໍເມືອງ 9 ຕົວເມືອງ ຈຸດທີ 3 ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ) ຈຸດທີ 4 ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ວັນຈັນ- ພະຫັດ ໃນໂມງລັດຖະການ) ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

.

# ຂ່າວ – ພາບ :  ສີພອນ

error: Content is protected !!