ຫ້ອງການ ຖວທ ຮ່ວມກັບຄະນະສະ ເພາະກິດເມືອງໄຊທານີລົງເຜີຍແຜ່ ຄຳສັ່ງທ່ານເຈົ້າຄອງ

ໃນວັນທີ 11-12 ເມສາ 2022 ຫ້ອງການຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວເມືອງ ໄຊທານີນະຄອນຫຼວງວຽງຈັນ ສົມທົບກັບຄະນະສະເພາະກິດຂັ້ນເມືອງລົງເຜີຍແຜ່ແຈ້ງການ ເລກທີ 03 ແລະ ຄຳສັ່ງເລກທີ 04 ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ແກ່ຫົວໜ່ວຍທຸ ລະກິດຮ້ານອາຫານທົ່ວເມືອງ ນຳໂດຍ ທ່ານ ນວນລະແສງ ເນດທອງສະຫວັນ ປະທານສາຫະ ພັນກຳມະບານເມືອງ ຮອງຫົວໜ້າຄະນະສະເພາະກິດຂັ້ນເມືອງ ເມືອງ​ໄຊ​ທາ​ນີ ທ່ານ ນຸໄລ ລັດ ຕະນະ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ມີພະນັກງານ ວິຊາການຄະນະກຳມະການສະເພາະກິດຂັ້ນເມືອງ ປກສ ກຸ່ມບ້ານນາຍບ້ານ ເຂົ້າຮ່ວມ.

ການລົງເຄື່ອນໄຫວຂອງຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ຄະ ນະ ສະເພາະກິດຂັ້ນເມືອງໃນຄັ້ງນີ້ ແມ່ນໄດ້ລົງເຜີຍແຜ່ແຈ້ງການ ເລກທີ 03/ຈນວ ລົງວັນທີ 16 ມີນາ 2022 ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນເຮືອນອ້ອມຂ້າງ ຄຳສັ່ງ ເລກທີ 04/ຈນວ ລົງວັນທີ 31 ມີນາ 2022 ວ່າດ້ວຍຄວາມເປັນ ລະບຽບຮຽບຮ້ອຍໃນຊ່ວງໄລຍະບຸນປີໃໝ່ລາວ ພສ 2565 ຢູ່ນະຄອນຫຼວງວຽງຈັນ ໃຫ້ແກ່ຫົວ ໜ່ວຍທຸລະກິດຮ້ານອາຫານ ລວມທັງມີອະນຸຍາດ ແລະ ບໍ່ມີອະນຸຍາດ ພ້ອມທັງເຮັດບົດບັນທຶກ ຄວາມເຂົ້າໃຈ ໄດ້ທັງໝົດ 24 ຫົວໜ່ວຍ.

ທ່ານ ນຸໄລ ສັດຕະນະ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຍັງ ກ່າວຕື່ມອີກວ່າ: ຜ່ານມາໄດ້ລົງກວດກາແກ້ໄຂຮ້ານທີ່ສົ່ງຜົນກະທົບກັບສັງຄົມ ຕາມການໄດ້ຮັບ ສາຍດ່ວນໄດ້ 8 ຫົວໜ່ວຍ ກວດກາປະເມີນການຂໍເຮັດກິດຈະກຳຕາມຮີດຄອງປະເພນີໄດ້ 5 ຈຸດ ທິດທາງໃນຕໍ່ໜ້າໃນຊ່ວງສະເຫຼີມສະຫຼອງປີໃໝ່ລາວນີ້ ທາງຄະນະກຳມະການຈະໄດ້ລົງຕິດຕາມ ສະພາບລວມຢູ່ແຕ່ລະບ້ານ ແລະ ກຸ່ມບ້ານ ເພື່ອລາຍງານສະພາບໃຫ້ການນຳເມືອງເປັນແຕ່ລະ ໄລຍະທັງນີ້ ກໍເພື່ອເຮັດໃຫ້ການຫຼິ້ນບຸນປີໃໝ່ລາວຢູ່ພາຍໃນເມືອງໄຊທານີ ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍຈົບງາມ.

error: Content is protected !!