ນັບແຕ່ວັນທີ 13 ເປັນຕົ້ນໄປ ເລີ່ມເປີດໃຫ້ບໍລິການລົດໄຟທຳມະດາ ສະຖານີນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕ່ນ

    ບໍລິສັດລົດໄຟລາວ-ຈີນ ໃຫ້ຮູ້ວັນທີ 10 ເມສາ 2022 ວ່າ: ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະພັກເທສະການປີໃໝ່ລາວ ແລະ ຄວາມຕ້ອງການທົດລອງນັ່ງລົດໄຟທຳມະດາຂອງປະຊາຊົນ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈຶ່ງຕົກລົງເປີດແລ່ນລົດໄຟທົ່ວໄປ ຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕ່ນ ນັບແຕ່ວັນທີ 13 ເມສາ ເປັນຕົ້ນໄປ ໂດຍນຳໃຊ້ລົດໄຟທຳມະດາ 1 ຂະບວນ ສໍາລັບລົດໄຟທຳມະດາ ແມ່ນລົດໄຟທີ່ແລ່ນດ້ວຍຄວາມໄວ 120 km/h ມີບ່ອນນັ່ງທັງໝົດ 732 ບ່ອນນັ່ງ ໃນນັ້ນ ຕັ່ງນັ່ງທົ່ວໄປ 590 ບ່ອນນັ່ງ ຕັ່ງນັ່ງກວ້າງ 106 ບ່ອນນັ່ງ ຕຽງນອນ (solf sleeper) 36 ບ່ອນ ແລະ ນັບວັນທີ 14 ເມສາ ເປັນຕົ້ນໄປ ຈະມີການເປີດໃຫ້ບໍລິການຂົນສົ່ງໂດຍສານສະຖານີກາສີ ແຂວງວຽງຈັນ ແລະ ສະຖານີເມືອງງາ ແຂວ ຫຼວງພະບາງນໍາອີກ.

error: Content is protected !!