ໄຂຢ່າງເປັນທາງການ ກອງປະຊຸມໃຫຍ່ຄັ້ງທີ I ສວ-ບກລ

    ກອງປະຊຸມໃຫຍ່ຄັ້ງທີ I ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຈັດຂຶ້ນວັນທີ 8 ເມສາ 2022 ທີ່ໂຮງແຮມຄຣາວ ພລາຊາ ເປັນປະທານຂອງທ່ານນາງ ພິລານີ ພິດສະໃໝ ປະທານ ສວ-ບກລ ມີທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກ ສວ-ບກລ ເຂົ້າຮ່ວມ.

    ທ່ານ ນາງ ພິລານີ ພິດສະໃໝ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວ ສວ-ບກລ ໄລຍະປີ 2014-2022 ວ່າ: ຕະຫຼອດໄລຍະ 8 ປີຜ່ານມາ ຄະນະບໍລິຫານງານ ຄະນະກໍາມະການຕ່າງໆ ສະມາຊິກ ແລະ ພະນັກງານ ສວ-ບກລ ໄດ້ສູ້ຊົນປະຕິບັດໜ້າທີ່ຂອງຕົນຕາມພາລະບົດບາດທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການກວດສອບອິດ ສະຫຼະ ໃນສະພາບການແຕ່ລະໄລຍະທີ່ມີທັງສະພາບເອື້ອອໍານວຍ ແລະ ບໍ່ເອື້ອອໍານວຍແຕ່ດ້ວຍພາຍໃຕ້ການຊີ້ນໍາ ແລະ ສະໜັບສະໜູນຂອງກົມບັນຊີ ແລະ ການຊີ້ນໍາຂອງຄະນະນໍາກະຊວງການ ເງິນ ຄະນະບໍລິຫານງານຂອງ ສວ-ບກລ ໄດ້ຕັ້ງໜ້ານໍາພາຊີ້ນໍາ ແກ້ໄຂບັນຫາດ້ານນິຕິກໍາ ການເງິນ ບຸຄະລາກອນ ສະມາຊິກ ຫຼັກສູດເຝິກອົບຮົມດ້ານວິຊາຊີບຂອງຕົນ ທີ່ເປັນພື້ນຖານສໍາຄັນໃນການພັດທະນາ ວິຊາຊີບການບັນຊີ ແລະ ກວດສອບໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນ ໝາກຜົນການເຄື່ອນໄຫວຂອງ ສວ-ບກລ 8 ປີຜ່ານມາ ແລະ ກໍານົດທິດທາງຍຸດທະສາດໃນຕໍ່ໜ້າ ພ້ອມທັງຮັບ ຮອງເອົາກົດລະບຽບສະບັບປັບປຸ ງທີ່ລວມມີກົດການປະພຶດຕົນ ແນໃສ່ເຮັດໃຫ້ ສວ-ບກລ ເປັນອົງການຈັດຕັ້ງວິ ຊາຊີບທີ່ມີຄວາມເຂັ້ມແຂງ ສ້າງນັກຊ່ຽວຊານບັນຊີທີ່ມີຄຸນນະພາບ ເປັນທີ່ຍອມຮັບໃນພາກພື້ນ ແລະ ສາກົນ ຕາມມາດຕະຖານສາກົນດ້ານການສຶກສາສໍາລັບວິຊາການບັນຊີ.

    ກອງປະຊຸມຄັ້ງນີ້ສະມາຊິກ ສວ-ບກລ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສວ-ບກລ ຊຸດໃໝ່ ໂດຍມີຜູ້ລົງສະໝັກ 12 ທ່ານ ຄັດເລືອກເອົາ 9 ທ່ານ ຜ່ານການຄັດເລືອກໄດ້ທ່ານ ສອນໄຊ ສີລາເພັດ ເປັນປະທານ ທ່ານ ຄໍາປິວ ທິບພະວົງພັນ ເປັນຮອງ ທ່ານນາງ ມະນີສຸກ ໄຊຍະວົງສາ ທ່ານ ພອນມະນີ ສີສົມ ພົງ ທ່ານນາງ ຄໍາແຫວນ ຈັນດາວົງ ນາງ ມະໄລພອນ ບິຈາລັນ ແລະ ທ່ານ ນາງ ທິບປັນຍາ ວົງສຸລິ ເປັນຄະນະ ນອກນີ້ຍັງມີຮອງປະທານ 1 ທ່ານ ແລະ ຄະນະ 1 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງຈາກກົມຄຸ້ມຄອງບັນຊີ ແລະ ຈາກສະບັນການສຶກສາຕື່ມອີກ.

    ກອງປະຊຸມຄັ້ງນີ້ ທ່ານ ພູທະນູເພັດ ໄຊສົມບັດ ໄດ້ມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານຊຸດເກົ່າ ແລະ ຜູ້ທີ່ມີຜົນງານປະກອບສ່ວນໃນກິດຈະກໍາຂອງ ສວ-ບກລ.

# ຂ່າວ – ພາບ : :ຂັນທະວີ

error: Content is protected !!