ງານບຸນສະຫຼອງພັດທະສິມມາ ວັດໂພໄຊຍະຣາມ ບ້ານໂຄກສະອາດ

    ງານບຸນສະຫຼອງພັດທະສິມມາ ວັດໂພໄຊຍະຣາມ ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 9-10 ເມສາ 2022 ມີພະເຖລານຸເຖລະ ນໍາໂດຍພະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານອົງການພຸດທະສາສະໜາສໍາພັນລາວ ມີຄອບຄົວການນໍາຂັ້ນສູງ ນໍາໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ຄອບຄົວທ່ານ ມົນຕີ ຊົມສະໝຸດ+ທ່ານ ນາງ ອິນແປງ ຊາມຸນຕີ ປະທານບໍລິສັດປາກຊ່ອງພັດທະນາຂາອອກ-ຂາເຂົ້າຈໍາກັດ ຕະຫຼອດຮອດອໍານາດການປົກຄອງບ້ານ ເຖົ້າແກ່ແນວໂຮມ ຊາວພຸດທາສາສະນິກະຊົນພາຍໃນບ້ານໂຄກສະອາດ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.

    ພັດທະສິມມາ ວັດໂພໄຊຍາຣາມ ບ້ານໂຄກສະອາດ ໄດ້ດໍາເນີນການກໍ່ສ້າງມາໄດ້ຫຼາຍປີ ແຕ່ບໍ່ທັນສໍາເລັດ ເພື່ອສືບຕໍ່ການກໍ່ສ້າງພັດທະສິມມາສົມບູນແບບໃນການສັງຄະກໍາ ຄະນະສົງ ແລະ ໄດ້ຈັດພິທີກໍາທາງສາສະໜາ ດັ່ງນັ້ນ ໃນປີ 2018 ພະອາຈານ ບົວໄລ ພົງສົມພອນ ຈຶ່ງໄດ້ນໍາພາອອກຕົນຍາດໂຍມ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາສ້າງພັດທະສິມມາແຫ່ງນີ້ ເພື່ອລະນຶກເຖິງຄຸນງາມຄວາມດີຂອງພະພຸດທະສາສະໜາ ທັງເປັນການເຮັດໃຫ້ວັດວາອາຮາມ ພຸດທະສາສະໜາມີຄວາມຈະເລີນຮຸ່ງເຮືອງໃນຊາວພຸດ ໂດຍມີທ່ານນາງ ສາຄອນ ຄໍາພັກດີ ແລະ ເຈ້ຕູ່ ຫຼື ນາງ ອາໂນລັກ ຫຼວງລາດ ແມ່ອອກໄພເພັດ ນາຣິດາ ແລະ ຊາວພຸດໝູ່ຫຼົ່າທັງພາຍໃນ ແລະ ຕ່າງປະເທດ ໄດ້ສົມທົບທຶນຮອນ ແລະ ວັດຖຸມາຊ່ວຍສ້າງພັດທະສິມມາແຫ່ງນີ້ຈົນສໍາເລັດ ມີມູນຄ່າການກໍ່ສ້າງທັງໝົດ 2,3 ຕື້ກີບ ພາຍຫຼັງທີ່ກໍ່ສ້າງສໍາເລັດ ກໍໄດ້ຈັດພິທີສະຫຼອງ ເຊິ່ງນັບແຕ່ວັນທີ 2 ເມສາ ເປັນຕົ້ນມາ ໄດ້ເປີດໃຫ້ມວນຊົນເຂົ້າມາປ່ອນບີສິມ ມາຮອດວັນທີ 9 ເມສາ ໄດ້ສູດຂອດບີສິມ ຕັດລູກນິມິດ ເພື່ອໃຫ້ພັດທະສິມມາສົມບູນແບບໃນການສັງຄະກໍາຄະນະສົງ ພ້ອມທັງບວດນາກ 25 ອົງ ແລະ ສູດສົມໂພດພະພຸດທະຮູບຕະຫຼອດຄືນ ໃນຕອນເຊົ້າວັນທີ 10 ເມສາ ມີພິທີຕັກບາດຖວາຍທານ ພ້ອມທັງແຫ່ກອງເຖລາພິເສກ (ຫົດສົງພະອາຈານ 4 ອົງ) ແລະ ຍົກຍອດຊໍ່ຟ້າໃສ່ກຸດຕິວັດຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!