ໂຮງຮຽນກິນນອນຊົນເຜົ່າ 15 ແຫ່ງ ໄດ້ຮັບປຶ້ມຄູ່ມືຄູ-ປຶ້ມແບບຮຽນວິຊາທຸລະກິດ ຂັ້ນ ມ5 – ມ6

    ພິທີມອບ-ຮັບປຶ້ມຄູ່ມືຄູ່ ແລະ ປຶ້ມແບບຮຽນວິຊາທຸລະກິດ (KAB) ຂັ້ນ ມ5 ແລະ ມ6 ປະຈຳປີ 2021 ໃຫ້ແກ່ໂຮງຮຽນກິນນອນຊົນເຜົ່າ 15 ແຫ່ງ ຈັດຂຶ້ນວັນທີ 8 ເມສາ 2022 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດມອບໂດຍທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ທ່ານ ເພັດອານົງ ອິນສານ ຮອງຜູ້ອຳນວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຕາງໜ້າຮັບແມ່ນຄູ-ອາຈານທີ່ມາຈາກໂຮງຮຽນ 15 ແຫ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຮງຮຽນກິນນອນຊົນເຜົ່າ 15 ແຫ່ງທີ່ໄດ້ຮັບປຶ້ມຄູ່ມືຄູ່ ແລະ ປຶ້ມແບບຮຽນວິຊາທຸລະກິດ (KAB) ຂັ້ນ ມ5 ແລະ ມ6 ປະຈຳປີ 2021 ຄັ້ງນີ້ ຄື: ແຂວງຜົ້ງສາລີ ບໍ່ແກ້ວ ຊຽງຂວາງ ຫົວພັນ ຫຼວງນ້ຳທາ ຫຼວງພະບາງ (ສວນຫຼວງ ແລະ ນ້ຳບາກ) ອຸດົມໄຊ ແຂວງວຽງຈັນ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ແລະ ແຂວງອັດຕະປື ເພື່ອເປັນການສົ່ງເສີມໃຫ້ບັນດາໂຮງຮຽນກິນນອນຊົນເຜົ່າ ມີເຄື່ອງມືຮັບໃຊ້ເຂົ້າໃນການຮຽນ-ການສອນ ໃຫ້ເກີດປະສິດທິພາບແກ່ນັກຮຽນສູງສຸດ.   

    ໃນພິທີ ທ່ານນາງ ອາທິລະກາ ສີສຸພັນ ໄດ້ລາຍງານໃຫ້ຮູ້ວ່າ: ສລດ ເປັນຫົວໜ່ວຍວິຊາການໜຶ່ງພາຍໃຕ້ການຄຸ້ມຄອງທາງດ້ານວິຊາການຂອງກົມອາຊີວະສຶກສາ ກະຊວງ ສສກ ມີພາລະບົດບາດໃນການຈັດເຝິກອົບຮົມ ການພັດທະນາຫຼັກສູດ ຜະລິດສື່ການຮຽນ-ການສອນ ແລະ ສົ່ງເສີມຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເພື່ອເປັນການສົ່ງເສີມໃຫ້ໂຮງຮຽນກິນນອນຊົນເຜົ່າ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີທັກສະ ເພື່ອນຳໄປປະກອບອາຊີບໃຫ້ເກີດດອກອອກຜົນ ປູກຈິດສຳນຶກຄວາມຮູ້ທາງທຸລະກິດ ແລະ ໃຫ້ບໍລິການດ້ານການອົບຮົມ ການປັບປຸງປຶ້ມຄູ່ມື ແລະ ປຶ້ມແບບຮຽນວິຊາທຸລະກິດ ກໍເປັນອີກໜຶ່ງວຽກທີ່ສຳຄັນ ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສົ່ງເສີມໃຫ້ບັນດາໂຮງຮຽນກິນນອນຊົນເຜົ່າມີເຄື່ອງມືຮັບໃຊ້ເຂົ້າໃນການຮຽນ-ການສອນ ແລະ ເຮັດໃຫ້ການສິດສອນມີຄຸນນະພາບ ເຮັດໃຫ້ບັນດາຄູອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ໄດ້ຮຽນຜ່ານວິຊານີ້ມີແນວຄວາມຄິດ ມີຄວາມຮູ້ກ່ຽວກັບທຸລະກິດ ແລະ ມີວິໄສທັດໃນການລິເລີ່ມໃນການດຳເນີນທຸລະກິດ ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມແນວທາງຂອງພັກໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ປາກົດຜົນເປັນຈິງ.

# ຂ່າວ – ພາບ : ບຸນມີ

error: Content is protected !!