ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ອະດີດການນໍາ

    ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ອະດີດການນໍາ ຂຶ້ນວັນທີ 8 ເມສາ 2022 ຢູ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດປະດັບຫຼຽນຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ດຣ ນ ລັດສະໝີ ສຽງສູນທອນ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ພ້ອມດ້ວຍບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ຫົວໜ້າສູນ-ຮອງຫົວໜ້າສູນ ພະແນກ ແລະ ພະນັກງານສະຖາບັນ ເຂົ້າຮ່ວມ.

    ການປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ອະດີດການນໍາ ຄັ້ງນີ້ ປະກອບມີ 2 ທ່ານ ຄື:ທ່ານ ສຈ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ ນ ພອນເພັດ ບຸບຜາ ອະດີດຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ອະດີດຮອງປະທານກໍາມາທິການວັດທະນາທໍາ-ສັງຄົມ ສະພາແຫ່ງຊາດ.

    ສະຖາບັນດັ່ງກ່າວ ໄດ້ດໍາເນີນການກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ແລະ ສາກົນ ແມ່ນຕອບສະໜອງແນວທາງຂອງພັກ ແລະ ລັດຖະບານໄດ້ເປັນຢ່າງດີ ຜົນງານການເຄື່ອນໄຫວຂອງສະຖາບັນ ແມ່ນນໍາຜົນປະໂຫຍດມາສູ່ ສປປ ລາວ ຄືໄດ້ບຸຄະລາກອນທາງການແພດ ແລະ ສາທາລະນະສຸກ ລວມທັງໝົດ 155 ຄົນ ເຊິ່ງກະຈາຍໄປສູ່ຂະແຫນງສາທາລະນະສຸກໃນຂັ້ນຕ່າງໆທົ່ວປະເທດ ໃນນີ້ ມີທັງປະລິນຍາໂທ ແລະ ປະລິນຍາເອກ ນອກຈາກນັ້ນ ສະຖາບັນນີ້ແມ່ນເປັນສະຖາບັນສາກົນ ແລະ ສ້າງນັກວິຊາການ ຊ່ຽວຊານພະຍາດເຂດຮ້ອນ ແກ່ບັນດາປະເທດທີ່ໃຊ້ພາສາຝຣັ່ງ ຈໍານວນ 168 ຄົນ ທີ່ມາຈາກຫຼາຍປະເທດເຊັ່ນ: ສສ ຫວຽດນາມ ສປ ຈີນ ກໍາປູເຈຍ ມາດາກັດສະກາ ເບນີນ ແລະ ບັນດາປະເທດຈໍານວນໜຶ່ງຂອງທະວີບອາຟຣິກກາ.

         # ຂ່າວ – ພາບ : ສີພອນ

error: Content is protected !!