ເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ

    ກະຊວງພາຍໃນ ຮ່ວມກັບພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມ ເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ວັນທີ 8 ເມສາ 2022 ທີ່ຫ້ອງວ່າການປົກຄອງ ນວ ເຜີຍແຜ່ໂດຍທ່ານ ທອງສະຫວັນ ປັນຍາຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ກະຊວງພາຍໃນ ເປັນກຽດເຂົ້າຮ່ວມຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ຜູ້ຊີ້ນຳວຽກງານພາຍໃນ ມີຮອງຫົວໜ້າກົມ ພະແນກພາຍໃນ ນວ ແລະ ພະນັກງານລັດຖະກອນອ້ອມຂ້າງ ນວ.

    ທ່ານ ພູວົງ ວົງຄຳຊາວ ກ່າວວ່າ  ເພື່ອສ້າງຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານວິຊາການທີ່ດີ-ທີ່ເກັ່ງ ມີຄວາມສາມາດ ມີຄຸນທາດການເມືອງທີ່ໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ຈັນຍາບັນ ຈັນຍາທໍາ ມີນໍ້າໃຈເສຍສະຫຼະສູງເຂົ້າໃນການຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ ຖ້າພະນັກງານ-ລັດຖະກອນມີຈັນຍາບັນ ຈັນຍາທຳ ຈະເຮັດໃຫ້ການຈັດຕັ້ງປະຕິບັວຽກງານຊີ້ນຳ-ນຳພາ ການຕັດສິນບັນຫາຕ່າງໆກໍຈະມີປະສິດທິຜົນສູງ ສະນັ້ນ ການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ຈະຕ້ອງໄດ້ຖືເອົາຈັນຍາບັນເປັນໝາກຫົວໃຈຫຼັກ.

    ຈາກນັ້ນ ທ່ານ ທອງສະຫວັນ ປັນຍາຈິດ ໄດ້ເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ການເຜີຍແຜ່ ແລະ ແນະນໍາໃນການຈັດຕັ້ງປະຕິບັດຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຈັນຍາບັນການປະຕິບັດຈັນຍາບັນຂອງພະນັກງານ ສະແດງເຖິງການເຄົາລົບ ປະຕິບັດໜ້າທີ່ຕາມແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ ກົດໝາຍ ລະບຽບການຂອງລັດດ້ວຍຄວາມຈົງຮັກພັກດີ ຄວາມສັດຊື່ ແລະ ອື່ນໆ ດຳລັດດັ່ງກ່າວ ປະກອບມີ 4 ໝວດ 14 ມາດຕາ ທັງນີ້ກໍເພື່ອສ້າງໃຫ້ພະນັກງານແຕ່ລະຂົງເຂດ ະແໜງການ ມີຄຸນທາດການເມືອງທີ່ໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ຈັນຍາບັນ ຈັນຍາທໍາ ມີນໍ້າໃຈເສຍສະຫຼະສູງ ເພື່ອຮັບໃຊ້ປະເທດຊາດ ມີຄວາມຮູ້ ຄວາມສາມາດ ຄວາມຊໍານານ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຂອງແຕ່ລະຂົງເຂດ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍແຜນງານປະຕິຮູບການເງິນແຫ່ງລັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!