ແມ່ຍິງຫ້ອງພະລາທິການ ທະຫານ ນວ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ X

    ໜ່ວຍສະຫະພັນແມ່ຍິງຫ້ອງພະລາທິການ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມໃຫຍ່ ຄັ້ງທີ X ຂຶ້ນວັນທີ 7 ເມສາ 2022 ໂດຍມີທ່ານ ພັນເອກ ບຸນເຈີ ຄໍາມະວົງ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານ ນວ ທ່ານ ພັນໂທ ນາງ ມະນີວັນ ວິບຸນມີ ປະທານສະຫະພັນແມ່ຍິງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ທ່ານ ພັນຕີ ນາງ ບົວວັນ ນ້ອຍວັນດີ ປະທານສະຫະພັນແມ່ຍິງຫ້ອງພະລາທິການ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຜົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ ນຳພາ-ແນວຄິດໃຫ້ສະມາຊິກແມ່ຍິງໄດ້ເປັນກົກ ໂດຍໄດ້ນຳເອົາມະຕິ ຄຳສັ່ງ ແລະ ຂໍ້ແຂ່ງຂັນຂອງແມ່ຍິງມາຈັດເຜີຍແຜ່ໃຫ້ສະມາຊິກແມ່ຍິງຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຍົກສູງ ນໍ້າໃຈຄວາມຮັບຜິດຊອບ ຈັດຕັ້ງເຄື່ອນໄຫວຽກງານ 3 ດີ ແລະ ເອກະສານຕ່າງໆ ປັບປຸງຂະຫຍາຍການ ຈັດຕັ້ງແມ່ຍິງ ເຂົ້າຮ່ວມດຳເນີນຊີວິດການເມືອງສໍາຫຼວດກວດກາ ໂດຍແບ່ງເປັນ 3 ຈຸ ຍົກສູງຄຸນນະພາບການຈັດຕັ້ງໜ່ວຍໃຫ້ໜັກແໜ້ນ ເຂັ້ມແຂງ ດ້ານແນວຄິດ ແລະ ການຈັດຕັ້ງ ປັດຈຸບັນມີສະມາຊິກແມ່ຍິງ 24 ສະຫາຍ 5 ປີຜ່ານມາ ມີເງິນສັງລວມສະຕິພາຍໃນໜ່ວຍ 5.700.000 ກີບ ສົ່ງໃຫ້ຂັ້ນເທິງ 1.140.000 ກີບ ສໍາລັບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ໃຊ້ຈ່າຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ 8.597.000 ກີບ ຍັງເຫຼືອ 8.680.000 ກີບ ວຽກງານນະໂຍບາຍຄັດເລືອກຜົນງານຂອງສະມາຊິກທີ່ມີຜົນງານດີເດັ່ນ ໄດ້ຮັບຍ້ອງຍໍຫຼຽນໄຊແຮງງານຊັ້ນ III 1 ໜ່ວຍ ຫຼຽນກາແຮງງານ 1 ໜ່ວຍ ໃບຍ້ອງຍໍຂັ້ນຕ່າງໆ 47 ໃບ ໂດຍຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດຄັດເລືອກບຸກຄົນດີເດັ່ນ ແລະ   ໜ່ວຍແມ່ຍິງໄດ້ຮັບຍ້ອງຍໍຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ນວ ປະເພດ I ຈໍານວນ 1 ໃບ ແມ່ ຍິງ 3 ດີ ປະເພດ I ຈໍານວນ 13 ໃບ ແມ່ຍິງ 3 ດີ ປະເພດ II ຈໍານວນ 12 ໃບ ໄດ້ຕັ້ງໜ້າເຮັດໜ້າທີ່ວິຊາສະເພາະ ປະກອບສ່ວນໃນຂະບວນການຕ່າງໆ ຕື່ມອີກ.

    ໂອກາດນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່ ໃນນີ້ໄດ້ເລືອກເອົາ ພັນຕີ ນາງ ບົວວັນ ນ້ອຍວັນດີ ເປັນປະທານ ທ່ານ ຮ້ອຍເອກ ນາງ ລັດດາວັນ ພົມມະຈັນ ເປັນຮອງປະທານ ທ່ານ ຮ້ອຍໂທ ນາງ ຈັນສະຫວາດ ແດນຊານໄຊ ເປັນປະທານກວດກາ.

        # ຂ່າວ – ພາບ : ສະບາໄພ

error: Content is protected !!