ສອງກະຊວງເຊັນມອບ-ຮັບວຽກປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ

    ພາຍຫຼັງທີ່ໄດ້ມີກອງປະຊຸມພົບປະຂອງທ່ານລັດຖະມົນຕີສອງກະຊວງ ໃນວັນທີ 9 ມີນາ 2022 ໃນວັນທີ 5 ເມສາ 2022 ຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກກອງປະຊຸມຂັ້ນລັດຖະມົນຕີ ລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໃນວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ຕາງໜ້າເຊັນບົດບັນທຶກໃນຄັ້ງນີ້ໂດຍທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ.ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີຕາງໜ້າຈາກກົມວິຊາການຂອງສອງກະຊວງ ເຂົ້າຮ່ວມ.

    ໃນກອງປະຊຸມພົບປະຂອງສອງກະຊວງ ຄັ້ງວັນທີ 9 ມີນາ 2022 ສອງກະຊວງໄດ້ປຶກສາຫາລືກ່ຽວກັບການມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ຕາມບົດບັນທຶກ ມອບ-ຮັບ ຄັ້ງວັນທີ 11 ພະຈິກ 2021 ໄດ້ທົບທວນຄືນຄວາມເປັນມາຂອງການມອບ-ໂອນວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ການມອບໂອນວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ແມ່ນການຄົ້ນຄວ້າຂອງຄະນະປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ໂດຍແມ່ນຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ລັດຖະບານໄດ້ມີມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 07/ລບ ລົງວັນທີ 4 ຕຸລາ 2021 ແລະ ໄດ້ຜັນຂະຫຍາຍອອກມາເປັນດໍາລັດຂອງສອງກະຊວງກໍານົດໜ້າທີ່ ຂອບເຂດສິດຄົບຖ້ວນ ຈະແຈ້ງ ແລະ ເປັນບ່ອນອີງໃຫ້ສອງກະຊວງປະຕິບັດວຽກງານຕ່າງໆຕາມດຳລັດ ສະບັບເລກທີ 603/ນຍ ແລະ ສະບັບເລກທີ 604/ນຍ ລົງວັນທີ 15 ຕຸລາ.

    ກອງປະຊຸມໃນຄັ້ງນີ້ ທັງສອງກະຊວງໄດ້ຕົກລົງເຫັນດີເປັນເອກະພາບກັນຄື:ກະຊວງກະສິກໍາ ແລະ ປ່າໄມ້ ຮັບຜິດຊອບເປັນຜູ້ຄຸ້ມຄອງ ຊຸກຍູ້ ສົ່ງເສີມ ພັດທະນາໂຮງງານອຸດສາຫະກໍາປຸງແຕ່ງກະສິກໍາ ແລະ ປ່າໄມ້ ເຊັ່ນ: ການອອກອະນຸຍາດສ້າງຕັ້ງໂຮງງານ ລວມມີ: ບົດວິພາກເສດຖະກິດ-ເຕັກນິກ ແລະ ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ມາດຕະຖານໂຮງງານ ປະຕິບັດມາດຕະຖານຫຼັກການຜະລິດທີ່ດີ (GMP) ການຄຸ້ມຄອງຂອງຜະລິດຕະພັນ ການໂຈະ ຖອນ ຍົກເລີກ ໃບຢັ້ງຢືນດໍາເນີນກິດຈະການໃນ 11 ລາຍການຂອງດຳລັດ 603/ນຍ ການຈັດຕັ້ງກໍາລັງການຜະລິດ ພັດທະນາການຜະລິດ ຄຸ້ມຄອງການຜະລິດຕາມທິດຫັນເປັນທັນສະໄໝ ຊຸກຍູ້ ສົ່ງເສີມການຜະລິດເປັນວັດຖຸດິບ ຄຸນນະພາບຂອງຜົນຜະລິດ ການຄຸ້ມຄອງວັດຖຸດິບສົ້ນເຂົ້າ ການຄຸ້ມຄອງຜະລິດຕະພັນສົ້ນອອກ ເປັນຜູ້ເຈລະຈາທາງດ້ານສຸຂານາໄມພືດ ແລະ ສັດ (SPS) ເພື່ອເປີດຕະຫຼາດ ຄວບຄຸມດ້ານເຕັກນິກໃຫ້ໄປຕາມມາດຕະຖານປະເທດຄູ່ຄ້າ ມາດຕະຖານຂອງແຕ່ລະປະເທດ ແລະ ເງື່ອນໄຂຕາມສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ເຊັ່ນ: ມາດຕະຖານການປູກ ຢັ້ງຢືນເຂດການຜະລິດ ແນວພັນ ຖິ່ນກໍາເນີດ ມາດຕະຖານການຜະລິດ ຢັ້ງຢືນພະຍາດຕ່າງໆ ແມງໄມ້-ສັດຕູພືດ ສານເຄມີຕົກຄ້າງ ເຕັກນິກການຜະລິດ ການປະສົມປຸ໋ຍຕ່າງໆ ປະສານສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຈັດຕັ້ງປະຕິບັດວຽກງານປຸງແຕ່ງກະສິກໍາ ແລະ ປຸງແຕ່ງໄມ້ ເພື່ອໃຫ້ວຽກງານສາມາດດໍາເນີນໄປຢ່າງເປັນລະບົບ ຖືກຕ້ອງ ແລະ ສອດຄ່ອງກັບດໍາລັດຂອງສອງກະຊວງ ແລະ ປະຕິບັດສິດ ແລະ ໜ້າທີ່ອຶ່ນໆຕາມທີ່ກໍານົດໄວ້ໃນດໍາລັດສະບັບເລກທີ 603/ນຍ.

     ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບການຄຸ້ມຄອງມະຫາພາກຄື: ການຂຶ້ນທະບຽນວິສາຫະກິດ ຕິດຕາມ ກວດກາ ມາດຕະຖານເຕັກນິກໂຮງງານ ຄວາມປອດໄພ ສຸຂານາໄມແຮງງານ ແລະ ສີ່ງແວດລ້ອມໂຮງງານ ສົ່ງເສີມການປະຕິບັດຫຼັກການຜະລິດທີ່ດີ (GMP) ມາດຕະຖານສິນຄ້າທີ່ຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຜູ້ເຈລະຈາກ່ຽວກັບໂກຕາສົ່ງອອກຜະລິດຕະພັນກະສິກໍາ (ພືດ-ສັດ) ແລະ ຜະລິດຕະພັນປຸງແຕ່ງ ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານປຸງແຕ່ງກະສິກໍາ ແລະ ປຸງແຕ່ງໄມ້ ເພື່ອໃຫ້ວຽກງານສາມາດດໍາເນີນໄປຢ່າງເປັນລະບົບ ຖືກຕ້ອງ ແລະ ສອດຄ່ອງກັບດໍາລັດຂອງສອງກະຊວງ ແລກປ່ຽນນິຕິກໍາ ແລະ ຂໍ້ມູນສະຖິຕິຕ່າງໆທີ່ກ່ຽວຂ້ອງກັບວຽກປຸງແຕ່ງກະສິກໍາ ແລະ ປ່າໄມ້ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນດໍາລັດສະບັບເລກທີ 604/ນຍ.

    ນອກຈາກນີ້ ທັງ 2 ກະຊວງຍັງຕົກລົງເຫັນດີເປັນກະພາບຈັດຕັ້ງປະຕິບັດຮ່ວມກັນເຊັ່ນ: ບັນດານິຕິກຳ ທີ່ບໍ່ສອດຄ່ອງກັບດຳລັດ ສະບັບເລກທີ 603/ນຍ ແລະ 604/ນຍ ສອງກະຊວງ ຈະຮ່ວມກັນຄົ້ນຄວ້າ ປະເມີນຄືນ ແລະ ນຳສະເໜີຂັ້ນເທິງປັບປຸງ ແລະ ເຫັນດີໃຫ້ຂະແໜງການຂອງຕົນຢູ່ຂັ້ນທ້ອງຖິ່ນ ດໍາເນີນການມອບ-ຮັບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຢ່າງຂາດໂຕ ຕາມເນື້ອໃນຂອງບົດບັນທຶກມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງວັນທີ 11 ພະຈິກ 2021.

# ຂ່າວ – ພາບ : ເພັດສະໝອນ

 

error: Content is protected !!