ພະນັກງານກະຊວງ ຮສສ ຍົກລະດັບຄວາມຮູ້ການນຳໃຊ້ລະບົບເຄືອຂ່າຍພາກລັດ

    ເພື່ອເປັນການຍົກສູງການປະຕິບັດງານ ແລະ ສ້າງຄວາມເຂົ້າໃຈແກ່ຖັນແຖວພະນັກງານ ລັດຖະກອນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ຄວາມຮູ້ພື້ນຖານ ແນະນຳການນຳໃຊ້ລະບົບເຄືອຂ່າຍພາກລັດ ຫຼື G-Net ຂຶ້ນໃນວັນທີ 6 ເມສາ 2022 ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ວິໄລ ນັນທະສອນ ຮອງຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາຄະນະກົມ ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກະຊວງ ແລະ ອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານ ວິໄລ ນັນທະສອນ ກ່າວວ່າ: ເພື່ອເຊື່ອມຕໍ່ລະບົບເຄືອຂ່າຍ ລະຫວ່າງອົງການຈັດຕັ້ງພາກລັດເຂົ້າດ້ວຍກັນ ແນໃສ່ໃຫ້ບັນດາລະບົບຂໍ້ມູນ ແລະ ຖານຂໍ້ມູນຕ່າງໆຂອງພາກລັດເຊື່ອມໂຍງຫາກັນໄດ້ ສາມາດເຂົ້າເຖິງບັນດາຂໍ້ມູນພາກລັດ ກໍຄືບັນດາລະບົບບໍລິຫານລັດ ເປັນຕົ້ນ ລະບົບ E-Office ລະບົບກອງປະຊຸມທາງໄກ ລະບົບ E-mail G-Chat ແລະ G-share ຜ່ານເຄືອຂ່າຍພາກລັດຄວາມໄວສູງ ພ້ອມທັງເຮັດໃຫ້ບັນດາຫ້ອງການລັດສາມາດແລກປ່ຽນຂໍ້ມູນຂ່າວສານກັນໄດ້ຢ່າງສະດວກ ວ່ອງໄວ ແລະ ມີຄວາມປອດໄພ ດັ່ງນັ້ນ ການຈັດເຜີຍແຜ່ຄັ້ງນີ້ ແມ່ນຈະຍົກສູງວຽກງານການບໍລິຫານ ແລະ ວຽກງານບໍລິການຂອງທຸກຂະແໜງໃຫ້ປະຊາຊົນໄດ້ຢ່າງມີປະສິດທິພາບ ໃນການຫັນເປັນທັນສະໄໝເທື່ອລະກ້າວຕາມແນວທາງນະໂຍບາຍຂອງລັດຖະບານ.

    ຈາກນັ້ນ ທ່ານ ສຸກສະຫວັນ ທຳມະວົງ ຫົວໜ້າພະແນກລະບົບຫ້ອງການລັດດີຈີຕອນ ສູນບໍລິຫານລັດດີຈິຕອລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ອະທິບາຍ ລົງເລິກວິທີການຄຸ້ມຄອງ ແລະ ການນຳໃຊ້ລະບົບເຄືອຂ່າຍພາກລັດ (G-Net) ແນະນຳ ດ້ານເຕັກນິກການຄຸ້ມຄອງ ແລະ ນໍາໃຊ້ແກ່ຄະນະຮັບຜິດຊອບວຽກງານຫັນເປັນລັດຖະບານເອເລັກໂຕຣນິກ ແລະ ວິຊາການບັນດາກົມອ້ອມຂ້າງຂອງກະຊວງ ຮສສ ເພື່ອຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໃນການຄຸ້ມຄອງ ແລະ ນໍາໃຊ້ໃຫ້ເກີດຜົນປະໂຫຍດອັນຍາວນານ ເພື່ອນຳໄປສືບຕໍ່ແນະນຳການນຳໃຊ້ກັບບັນດາຂະແໜງ ຮສສ ຂັ້ນສູນກາງ ແລະ ທ້ອງຖິ່ນ.

                  # ຂ່າວ – ພາບ : ເພັດສະໝອນ

error: Content is protected !!