ທາງລົດໄຟ ລາວ-ຈີນ ສຳເລັດການຂົນສົ່ງໂດຍຜູ້ສານ ແລະ ສິນຄ້າເປັນຈຳນວນຫຼວງຫຼາຍ

    ແຫຼ່ງຂ່າວຈາກກຸ່ມລິສັດທາງລົດໄຟແຫ່ງຊາດຈີນ ແຈ້ງໃຫ້ຊາບວ່າ: ວັນທີ 3 ເມສາ 2022 ທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການເປັນທາງການຄົບຮອບ 4 ເດືອນ ໂດຍໄດ້ຂົນສົ່ງຜູ້ໂດຍສານ 2,254 ລ້ານຄົນ ຂົນສົ່ງສິນຄ້າ 1,31 ລ້ານໂຕນ ເຊິ່ງເປັນຜົນສຳເລັດທີ່ດີສົມຄວນ ນັບແຕ່ເປີດບໍລິການເປັນທາງການເປັນຕົ້ນມາ ໄດ້ຂົນສົ່ງສິນຄ້າໄປເຖິງ 10 ກວ່າປະເທດ ເຊັ່ນ: ຈີນ ລາວ ໄທ ມາເລເຊຍ ກຳປູເຈຍ ແລະ ປະເທດອື່ນໆ ເຊິ່ງໄດ້ຊຸກຍູ້ການໄປ-ມາຫາສູ່ ດ້ານເສດຖະກິດ ການຄ້າ ລະຫວ່າງປະເທດ ແລະ ເຂດແຄວ້ນທີ່ກ່ຽວຂ້ອງ ໄດ້ອຳນວຍຄວາມສະດວກໃຫ້ການເດີນທາງຂອງປະຊາຊົນສອງຊາດ ລາວ-ຈີນ ແລະ ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການສ້າງແລວທາງເສດຖະກິດ ລາວ-ຈີນ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!