ຍົກລະດັບຄວາມຮູ້ວຽກງານມາດຕະຖານ ໃຫ້ພະນັກງານດ່ານພາສີທົ່ວປະເທດ

   ວັນທີ 6 ເມສາ 2022 ທີ່ກະຊວງການເງິນ ໄດ້ເປີດຊຸດເຝີກອົບຮົມຫຼັກສູດມາດຕະຖານສະເພາະໃຫ້ຫົວໜ້າດ່ານ ແລະ ຮອງຫົວໜ້າດ່ານພາສີຊາຍແດນ (ດ່ານສາກົນ) ທົ່ວປະເທດ ຂຶ້ນ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ  ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າດ່ານສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ຊຸດອົບຮົມຄັ້ງນີ້ ຈະໃຊ້ເວລາໃນການເຝີກອົບຮົມໃນໂມງລັດຖະການທັງໝົດ 60 ວັນ ຈຸດປະສົງເພື່ອສ້າງໃຫ້ພະນັກງານຫຼັກແຫຼ່ງປະຈຳຢູ່ດ່ານພາສີສາກົນ ໃຫ້ມີຄວາມຮູ້ ທັງລົງເລິກດ້ານວິຊາສະເພາະໃນການຄຸ້ມຄອງ ນໍາພາ ເສີມສ້າງຄວາມຮູ້ ທັກສະ ຈັນຍາບັນຂອງພະນັກງານ ປະກອບສ່ວນສ້າງລະດັບການເຮັດວຽກທີ່ເໝາະສົມກັບຕຳແໜ່ງງານ. ພ້ອມນັ້ນ ຍັງເປັນການຍົກລະດັບວຽກງານວິຊາສະເພາະ ກົດໝາຍວ່າດ້ວຍພາສີ ມູນຄ່າແຈ້ງພາສີ ການຈັດລະຫັດສິນຄ້າ ເຄື່ອງຂອງ ແຫຼ່ງກຳເນີດສິນຄ້າ ການແຈ້ງພາສີການບໍລິຫານຄວາມສ່ຽງ ລະບົບເຄື່ອງມືທັນສະໄໝ ການນຳໃຊ້ລະບົບອາຊີກູດາ ການກວດສອບຄືນການແຈ້ງພາສີ ການຮ່ວມມືພາສີສາກົນ ວຽກງານສຶບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ  ຄຽງຄູ່ກັນນີ້ ຍັງໄດ້ຍົກລະດັບຄວາມຮູ້ພື້ນຖານກ່ຽວກັບກົດໝາຍລະບຽບການທີ່ກ່ຽວຂ້ອງ ເປັນຕົ້ນ: ກົດໝາຍອາກອນມູນຄ່າເພີ່ມ ອາກອນຊົມໃຊ້ ກົດໝາຍວ່າດ້ວຍການບັນຊີ ກົດໝາຍວ່າດ້ວຍການກວດສອບ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍວິສາຫະກິດ ກົດໝາຍວ່າດ້ວຍການດຳ ເນີນຄະດີທາງອາຍາ ກົດໝາຍວ່າດ້ວຍດຳເນີນຄະດີແພ່ງ ຄວາມຮູ້ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມດ້ວຍວິທີການບັນທຶກການນຳເຂົ້າ-ສົ່ງອອກເງິນ ແລະ ວັດຖຸທີ່ປ່ຽນເປັນເງິນຜ່ານລະບົບ (Cross Border Record-CBR) ຄວາມຮູ້ກ່ຽວກັບ CITES ແລະ ອື່ນໆ.

    ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳແກ່ສຳມະນາກອນ ໂດຍສະເພາະ ພະນັກງານກົມພາສີທີ່ໄດ້ຮັບການເຝີກອົບຮົມມາດຕະຖານຕຳແໜ່ງງານ ສືບຕໍ່ປະຕິບັດຕາມລະບຽບການເຝີກຫົວໜ້າດ່ານພາສີທົ່ວປະເທດ ເພື່ອການຫັນປ່ຽນສະພາບການຫັນໄປສູ່ວິທີການໃໝ່ ທັງຍົກລະດັບຄວາມຮູ້ບັນດາຜູ້ຮັບຜິດຊອບ ສອບເສັງຕາມມາດຕະຖານຕໍາແໜ່ງງານ ມີຄວາມຮູ້ໃນການນຳໃຊ້ລະບົບ ຕ້ອງລົງເລິກວຽກງານວິຊາສະເພາະໃຫ້ເຈົ້າໜ້າທີ່ພາສີມີຄຸນນະພາບ ຮັບປະກັນການເຂົ້າຮ່ວມເຝີກອົບຮົມຍົກລະດັບເອົາຜູ້ທີ່ໄດ້ຮັບມອບໝາຍມາສືບຕໍ່ຫັນເປັນມາດຕະຖານ ຫັນການແຈ້ງພາສີແບບເປັນລາຍລະອຽດ ເອົາໃຈໃສ່ເລັ່ງແກ້ໄຂຕາມວາລະແຫ່ງຊາດ ຂອດການນຳເຂົ້າ ຄຸ້ມຄອງການເກັບລາຍຮັບອາກອນ ເລັ່ງໃສ່ສ້າງຄວາມສາມາດໃນການຄຸ້ມຄອງວຽກງານລະບົບເອເລັກໂຕຣນິກ ເພີ່ມທັກສະໃຫ້ຫົວໜ້າດ່ານສາມາດຊີ້ນຳ-ຄຸ້ມຄອງການນຳເຂົ້າຕາມມາດຕະຖານສາກົນ ຮັບປະກັນຄຸນນະພາບການຄຸ້ມຄອງ ສ້າງທ່າຫັນປ່ຽນໃໝ່ ຄຸ້ມຄອງພາສີ ທັງລົງເລິກກຳໄດ້ບັນຫາ ນຳໄປບັນຊາຊີ້ນຳໃຫ້ມີລະບົບບັນຊາໃຫ້ແທດເຖິງ ມີທັກສະຂອງການບັນຊາວຽກງານ ໃນສະພາບການຍັງມີການຜັນແປຢ່າງສັບສົນ ຕ້ອງໄດ້ມີການພັດທະນາຕົນເອງໃຫ້ທັນສະພາບການ ບໍລິຫານອົງກອນໃຫ້ມີປະສິດທິພາບ ຮັບປະກັນວຽກງານບໍລິຫານດ້ວຍລະບົບເຄື່ອງມືທັນສະໄໝ ຫັນໄປສູ່ອັນໃໝ່ ແລະ ແກ້ໄຂການບໍລິຫານຄຸ້ມຄອງໄປສູ່ຄຸນນະພາບໃໝ່.

# ຂ່າວ – ພາບ : ລັດເວລາ

error: Content is protected !!