ຫົວໜ້າການເມືອງ ພົບປະໂອ້ລົມທະຫານເມືອງສັງທອງ

    ວັນທີ 5 ເມສາ 2022 ທ່ານ ພົຈວ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານເມືອງສັງທອງ ຕ້ອນຮັບໂດຍທ່ານ ພັນໂທ ບົວລອຍ ໄຊຈະເລີນສຸກ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງສັງທອງ ພ້ອມຄະນະ ແລະ ພະນັກງານນັກຮົບ.

   ໂອກາດນີ້ທ່ານ ພັນໂທ ບົວລອຍ ໄຊຈະເລີນສຸກ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມສິດ ໜ້າທີ່ພາລະບົດບາດຄວາມຮັບຜິດຊອບຂອງກົມກອງໂດຍຫຍໍ້ ໂດຍສະເພາະການເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃນຕົວເມືອງສັງທອງໃຫ້ມີຄວາມສະຫງົບຕະຫຼອດມາ ຈາກນັ້ນທ່ານ ພົຈວ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ການເມືອງຂອງກົມກອງໃຫ້ມີຜົນສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຫັນເອົາແນວທາງນະໂຍບາຍມະຕິຕ່າງໆສຳຄັນຂອງພັກ ຂໍ້ກຳນົດ ກົດລະບຽບຂອງກອງທັບ ມາຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຢ່າງເລິກເຊິ່ງ ເອົາໃຈໃສ່ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢ່າງແຂງແຮງ ໂດຍປະສານສົມທົບແໜ້ນກັບອໍານາດການປົກຄອງທ້ອງຖິ່ນ ແລະ ກຳລັງທຸກພາກສ່ວນທີ່ກ່ຽວຂ້ອງ ເຮັດໜ້າທີ່ຕ້ານ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນເວລາ ເພື່ອແນໃສ່ເຮັດໃຫ້ຮາກຖານບ້ານຢູ່ໃນຂອບເຂດທົ່ວເມືອງສັງທອງມີຄວາມສະຫງົບປອດໄພ 100% ຕັ້ງໜ້າ ຍົກສູງວຽກງານການອົບຮົມຫັດແອບສິລະປະຍຸດ-ຍຸດທະວິທີ ຮັບປະກັນຄຸນນະພາບທາງດ້ານການກຽມ ພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນປົກກະຕິ ເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບແບບແຜນຂອງກອງທັບຢ່າງເຂັ້ມງວດ ໂດຍສະເພາະການຈັດຕັ້ງ 7 ລະບອບ 18 ວຽກຂອງກອງທັບໃນມື້ໜຶ່ງ ສ່ວນວຽກງານການແກ້ໄຂຊີວິດການເປັນຢູ່ຕ້ອງໄດ້ຖືເອົາການປູກການລ້ຽງເປັນຕົ້ນຕໍ ຮັບປະກັນໃຫ້ພະນັກງານ-ນັກຮົບຂອງຕົນໄດ້ກິນອີ່ມນຸ່ງອຸ່ນ ເພື່ອແນໃສ່ໃຫ້ເຮັດກົມກອງມີໃບໜ້າອັນໃໝ່ຂຶ້ນເປັນກ້າວໆ.

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!