90% ຂອງຜູ້ຕິດເຊື້ອໂຄວິດ-19 ແມ່ນສາຍພັນໂອມິຄຣອນ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19ຢູ່ ສປປ ລາວ ປະຈໍາວັນທີ 7 ເມສາ ປີ 2022 ໃຫ້ຮູ້ວ່າ: ວັນທີ 6 ເມສາ ທົ່ວປະເທດໄດ້ກວດວິເຄາະທັງໝົດ 4.827 ຕົວຢ່າງ ໃນນັ້ນ ພົບເຊື້ອ 2.033 ຄົນ ຕິດເຊື້ອພາຍໃນ 2.013 ຄົນ ແລະ ນໍາເຂົ້າ 20 ຄົນຄື

  • ນະຄອນຫຼວງວຽງຈັນ (ນວ) 1069 ຄົນ
  • ໄຊຍະບູລີ 244 ຄົນ
  • ຫຼວງພະບາງ 104 ຄົນ
  • ວຽງຈັນ 86 ຄົນ
  • ສະຫັວນນະເຂດ 80 ຄົນ
  • ຄໍາມ່ວນ 65 ຄົນ
  • ອັດຕະປື 48 ຄົນ
  • ເຊກອງ 47 ຄົນ
  • ຊຽງຂວາງ 41 ຄົນ
  • ສາລະວັນ 40 ຄົນ
  • ຜົ້ງສາລີ 35 ຄົນ
  • ອຸດົມໄຊ 32 ຄົນ
  • ຫົວພັນ 26 ຄົນ
  • ບໍລິຄໍາໄຊ 24 ຄົນ
  • ຫຼວງນໍ້າທາ 23 ຄົນ
  • ຈໍາປາສັກ 21 ຄົນ
  • ໄຊສົມບູນ 14 ຄົນ
  • ບໍ່ແກ້ວ 13 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 20 ຄົນຈາກ ຈຳປາສັກ 8 ຄົນ ສະຫວັນນະເຂດ 3 ຄົນ ຄຳມ່ວນ 1 ຄົນ ນວ 8 ຄົນ ສ່ວນຜູ້ເສຍຊີວິດໃໝ່ 3 ຄົນ ຈາກ ນວ 2 ກໍລະນີ ແລະ ແຂວງຫົວພັນ 1 ກໍລະນີ ປັດຈຸບັນຢູ່ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 191.017 ຄົນ ອອກໂຮງໝໍໃໝ່ ກຳລັງປິ່ນປົວ 4.857 ຄົນ ແລະ ເສຍຊີວິດສະສົມທັງໝົດ 687 ຄົນ (ເສຍຊີວິດໃໝ່ 3 ກໍລະນີ) ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງການຕິດເຊື້ອສ່ວນໃຫຍ່ແມ່ນສາຍພັນໂອມິຄຣອນ ມີອັດຕາການພົບເຊື້ອຫຼາຍກ່ວາ 90% ໃນແຕ່ລະວັນ ໃນ 1 ອາທິດຜ່ານມາ ມີຜູ້ຕິດເຊື້ອສະສົມທັງໝົດ 14.119 ກໍລະນີ ສະເລ່ຍຕິດເຊື້ອຫຼາຍກ່ວາ 2.000 ກໍລະນີຕໍ່ວັນ ໃນ ນວ ມີຜູ້ຕິດເຊື້ອຫຼາຍກ່ວາ 50% ຂອງຜູ້ຕິດເຊື້ອທັງໝົດ ເຊິ່ງຈຸບັນມີນະໂຍບາຍໃຫ້ຜູ້ຕິດເຊື້ອທີ່ບໍມີອາການ ຫຼື ມີອາການເບົາບາງ ສາມາດຕິດຕາມ ປີ່ນປົວຕົນເອງຢູ່ເຮືອນ ດັ່ງນັ້ນ ຜູ້ທີ່ນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ຖ້າຜົນກວດ ຂື້ນເປັນ 2 ຂີດ ໃຫ້ລາຍງານຜົນກວດພົບເຊື້ອຕົນເອງດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນອາການຂອງທ່ານວ່າສາມາດເຂົ້າກັບເງື່ອນໄຂທີ່ຈະປິ່ນປົວຢູ່ເຮືອນໄດ້ບໍ ລົງທະບຽນເພື່ອເອົາລະຫັດຄົນເຈັບຂອງຕົນເອງໄວ້ເພື່ອສະດວກໃນການປະສານງານເວລາທີ່ມີອາການໜັກຂຶ້ນເພື່ອໃຫ້ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນເວລາ ທ່ານສາມາດລົງທະບຽນເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງຜ່ານທາງມືືຖືໄດ້ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ເຟສບຸກຂອງສູນຂ່າວສານການແພດສຸຂະສຶກສາ ເມື່ອສຳເລັດການລົງທະບຽນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!