ບານເຕະຍິງ-ຊາຍ ທີມຊາດລາວ ຮ່ວມກຸ່ມທີມຊາດໄທ ໃນຊີເກມ ທີ່ຫວຽດນາມ

    ຜົນຈັບສະຫຼາກບານເຕະຍິງ-ຊາຍ ໃນງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ເມສາ 2022 ຢູ່ທີ່ໂຮງແຮມ HYATT REGENCY WEST HA NOI HOTEL ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ສະເພາະບານເຕະຊາຍ ມີ 10 ທີມເຂົ້າຮ່ວມ ຂາດພຽງທີມຊາດບຣູໄນ  ໂດຍທີມຊາດລາວ  ຢູ່ກຸ່ມ B ຮ່ວມກັບ ທີມຊາດໄທ ແຊັມສູງສຸດ 16 ສະໄໝ ມາເລເຊຍ ແຊັມ 6 ສະໄໝ ສິງກະໂປ ແລະ ກຳປູເຈຍ

  • ນັດທຳອິດ ທີມຊາດລາວ ຈະພົບກັບ ສິງກະໂປ ໃນວັນທີ 7 ພຶດສະພາ
  • ນັດທີສອງ ຈະພົບກັບ ກຳປູເຈຍ ໃນວັນທີ 9 ພຶດສະພາ
  • ນັດທີສາມ ພົບກັບ ມາເລເຊຍ ວັນທີ 11 ພຶດສະພາ
  • ນັດສຸດທ້າຍ ພົບກັບ ໄທ ວັນທີ 16 ພຶດສະພາ 2022

    ສ່ວນກຸ່ມ A ມີ: ຫວຽດນາມ ແຊັມເກົ່າ ອິນໂດເນເຊຍ ຮອງແຊັມຄັ້ງຜ່ານມາ ມຽນມາ ເຈົ້າຂອງຫຼຽນທອງຄັ້ງຜ່ານມາ ຟີລິບປິນ ແລະ ຕີມໍເລັສເຕ້.

    ສໍາລັບທີມຍິງຂອງທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ທີມຊາດໄທ ແຊັມ 5 ສະໄໝ ຫຼຽນເງິນຄັ້ງຜ່ານມາ ພ້ອມກັບ ມຽນມາ ອັນດັບ 3 ຄັ້ງຜ່ານມາ ແລະ ສິງກະໂປ

  • ນັດທຳອິດ ທີມຍິງທີມຊາດລາວ ຈະພົບກັບ ມຽນມາ ໃນວັນທີ 10 ພຶດສະພາ
  • ນັດທີສອງ ຈະພົບກັບ ສິງກະໂປ ໃນວັນທີ 13 ພຶດສະພາ
  • ນັດສຸດທ້າຍ ພົບກັບ ໄທ ວັນທີ 15 ພຶດສະພາ 2022

    ສ່ວນກຸ່ມ A ມີ: ຫວຽດນາມ ເຈົ້າພາບ ແຊັມເກົ່າ ຟີລິບປິນ ອິນໂດເນເຊຍ ແລະ ກຳປູເຈຍ.

    ງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ຫວຽດນາມ ຈະແຂ່ງຂັນໃນລະຫວ່າງວັນທີ 12-23 ພຶດສະພາປີນີ້ ເຕະບານຈະເລີ່ມກ່ອນມື້ເປີດທາງການ 6 ວັນ.

# ຂ່າວ – ພາບ :  ສີພອນ

error: Content is protected !!