ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດລາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ

    ວັນທີ 1 ເມສາ 2022 ຜ່ານມາ ທີ່ນະຄອນຫຼວງແຄນເບີຣາ ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ພະນະທ່ານ ເດວິດ ຈອນ ເຮີເລ (David John Hurley) ຜູ້ສຳເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີ ເພື່ອດໍາເນີນລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບອົດສະຕຣາລີ ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ.

    ໃນໂອກາດນີ້ ພະນະທ່ານຜູ້ສຳເລັດລາຊະການ ເດວິດ ຈອນ ເຮີເລ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານ ສິນໃຈ ມະນີວັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບອົດສະຕຣາລີ. ທ່ານທູດ ສິນໃຈ ມະນີວັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນແສນອົບອຸ່ນ ແລະ ການອໍານວຍຄວາມສະດວກຕ່າງໆໃນການຈັດພິທີຍື່ນສານຕາຕັ້ງໃຫ້ແກ່ທູດລາວໃນຄັ້ງນີ້. ພ້ອມນີ້ ທ່ານທູດ ສິນໃຈ ມະນີວັນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄືປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ກະສິກໍາປ່າໄມ້ ການຄ້າ ແລະ ການລົງທຶນການທ່ອງທ່ຽວ ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ.

    ພະນະທ່ານຜູ້ສຳເລັດລາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງຢືນຢັນວ່າ ອົດສະຕຣາລີຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ.

    ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ. ສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 15 ມັງກອນ 1952 ເປັນຕົ້ນມາ.

# ຂ່າວ ພາບ : ໄຊບັນດິດ

error: Content is protected !!