ເລື່ອນສະມາຊິກເຍົາວະຊົນທັນວາ ເຂົ້າເປັນສະມາຊິກຊາວໜຸ່ມ

    ພິທີຮັບມະຫາຊົນຜູ້ກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນທັນວາ ຜູ້ທີ່ພົ້ນກະສຽນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈັດຂຶ້ນວັນທີ 6 ເມສາ 2022 ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນໜອງໜ້ຽວ (ມຕ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີທ່ານນາງ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງສີໂຄດຕະບອງ ທ່ານ ອັກສອນ ສິນນະສອນ ວ່າການຜູ້ອໍານວນການໂຮງຮຽນ ມຕ ໜອງໜ້ຽວ ພ້ອມດ້ວຍເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ໂຮງຮຽນ ມຕ ໜອງໜ້ຽວ ຄູ-ອາຈານ ປະທານສະມາຄົມພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າຮ່ວມ.

    ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການສ້າງຄົນຮຸ່ນສືບທອດພາລະກິດຂອງພັກ ກໍຄືການກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາປະເທດຊາດ ສະນັ້ນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ໂຮງຮຽນ ມຕ ໜອງໜ້ຽວ ຈຶ່ງໄດ້ຄັດເລືອກ ແລະ ຮັບເອົານັກຮຽນຜູ້ທີ່ມີຄວາມກ້າວໜ້າ ບືນຕົວດ້ານການຮໍ່າຮຽນ ເປັນຄົນຄໍາຮູ້ ຟັງຄໍາສັ່ງສອນຂອງຄູ-ອາຈານ ແລະ ພໍ່ແມ່ ມີຄຸນສົມບັດດີ ມີລະບຽບວິໄນ ພ້ອມທັງປະຕິບັດຕາມເນື້ອໃນຄໍາສອນ 6 ຮັກ 3 ຊັງຂອງທ່ານຜູ້ນໍາ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ເຂົ້າມາເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ 59 ຄົນ ຍິງ 42 ຄົນ.

                          # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!