ການຂະຫຍາຍໂຮງງານອຸດສາຫະກໍາ ແລະ ຫັດຖະກໍາຫຼຸດລົງ ທຽບໃສ່ປີ 2020

    ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວັນທີ 5 ເມສາ 2022 ກ່ຽວກັບການຈັດຕັ້ງປະຕິບັດວຽກງານອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປີ 2021 ໃຫ້ຮູ້ວ່າ: ທົ່ວ ນວ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທັງໝົດ 3.053 ແຫ່ງ ໃນນັ້ນໂຮງງານອູດສາຫະກໍາ 2.878 ແຫ່ງ ຫັດຖະກໍາ 175 ແຫ່ງ  ໂຮງງານຂະໜາດໃຫຍ່ 183 ແຫ່ງ  ໂຮງງານຂະໜາດກາງ 198 ແຫ່ງ ໂຮງງານຂະໜາດນ້ອຍແບບຄອບຄົວ 2.672 ແຫ່ງ ມີກໍາມະກອນທັງໝົດ 54.436 ຄົນ ຍິງ 29.404 ຄົນ ການຂະຫຍາຍຕົວຂອງໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ ຫຼຸດລົງ 277 ແຫ່ງ ທຽບໃສ່ປີ 2020 ເທົ່າກັບ 8,31% ທຽບໃສ່ແຜນການປີ 2021 ຫຼຸດລົງ 410 ແຫ່ງ ເທົ່າກັບ 11,86% (ແຜນການ 3.463 ແຫ່ງ) ສາເຫດຍ້ອນການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໂຮງງານປິດກິດຈະການ ໄດ້ພິຈາລະນາການຂໍນໍາເຂົ້າສານເຄມີມາຮັບໃຊ້ການຜະລິດທັງໝົດ 17 ໂຮງງານລວມ 309 ທາດ ທຽບໃສ່ປີ 2020 ເພີ່ມຂຶ້ນ 34 ທາດ ເທົ່າກັບ 12,36% ກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້ຂຶ້ນລົດ ເພື່ອສົ່ງອອກຕ່າງປະເທດທງໝົດ 28 ບໍລິສັດ/ໂຮງງານ ເຊິ່ງເປັນຜະລິດຕະພັນໄມ້ທົ່ວໄປ 16.200,251 ແມັດກ້ອນ ແລະ ຜະລິດຕະພັນໄມ້ປ່ອງ 5.041 ໂຕນ ລວມມູນຄ່າທັງໝົດ 234.862,70 ໂດລາສະຫາລັດ ທຽບໃສ່ປີ 2020 ບໍລິມາດໄມ້ທີ່ສົ່ງອອກຫຼຸດລົງ 8.019 ໂຕນ ແລະ ມູນຄ່າສົ່ງອອກຫຼຸດລົງ 385.922 ໂດລາ ເທົ່າກັບ 64,04% ປະເທດທີ່ສົ່ງອອກຜະລິດຕະພັນໄມ້ມີ ຈີນ ໄຕ້ຫວັນ ຍີ່ປຸ່ນ ໄທ ແລະ ຫວຽດນາມ.

    ສໍາລັບວຽກງານການຄ້າ ມີຮ້ານສັບພະສິນຄ້າ ແລະ ສູນການຄ້າຢູ່ ນວ 23 ແຫ່ງ ເປີດໃຊ້ບໍລິການແລ້ວ 14 ແຫ່ງ ຢູ່ໃນໄລຍະການກໍ່ສ້າງ 4 ແຫ່ງ ຢູ່ໃນຂັ້ນຕອນສໍາຫຼວດ 4 ແຫ່ງ ທຽບໃສ່ປີ 2020 ເພີ່ມຂຶ້ນ 6 ແຫ່ງ ເທົ່າກັບ 35,29% ມີຕະຫຼາດທັງໝົດ 104 ແຫ່ງ ທຽບໃສ່ປີ 2020 ຫຼຸດລົງ 4 ແຫ່ງ ເທົ່າກັບ -3,70% ຮ້ານມິນິມາກ 104 ແຫ່ງ ຮ້ານຂາຍແກັສຫຸງຕົ້ມ 66 ແຫ່ງ ສ່ວນການນໍາເຂົ້າ ແລະ ສົ່ງອອກສິນຄ້າ (ຂໍ້ມູນຕົວເລກຈາກກົມນຳເຂົ້າ ແລະ ສົ່ງອອກ ) ຕົວເລກການນຳເຂົ້າໃນປີ 2021 ລວມມູນຄ່າທັງໝົດ 1.979.307.898 ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ 2020 ລວມມີມູນຄ່າ 1.837.618.399 ໂດລາ ເຫັນວ່າເພີ່ມຂຶ້ນ 7,65% ຍ້ອນມີການນຳເຂົ້າປະເພດສິນຄ້າຮັບໃຊ້ອຸດສາຫະກຳ ພາຫານະ ຊິ້ນສ່ວນ ແລະ ອາໄຫຼ່ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສອຍປະຈໍາວັນເພີ່ມຂຶ້ນ ແລະ ທຽບໃສ່ແຜນປີບໍ່ໃຫ້ເກີນ 8% ການນໍາເຂົ້າປະຕິບັດໄດ້ 1,95% ຕົວເລກການສົ່ງອອກປີ 2021 ລວມມີມູນຄ່າທັງໝົດ 1.633.147.920 ໂດລາ ທຽບໃສ່ໄລຍະດຽວກັນຂອງປີ 2020 ລວມມີມູນ 1.100.022.968 ໂດລາ ເຫັນວ່າເພີ່ມຂຶ້ນ 48,6 % ຍ້ອນມີການສົ່ງອອກ ປະເພດຜະລິດຕະພັນແຮ່ທາດອຸດສາຫະກຳເພີ່ມຂຶ້ນ ແລະ ທຽບໃສ່ແຜນປີ ແມ່ນບໍ່ໃຫ້ຫຼຸດ 18% ການສົ່ງອອກປະຕິບັດໄດ້ 75,79%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!