ສະເໜີຫຼາຍບັນຫາຕໍ່ສະພາແຫ່ງຊາດເພື່ອພິຈາລະນາແກ້ໄຂ

    ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ພ້ອມດ້ວຍຮອງປະທານກຳມະທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ແລະ ຂະແໜງການກ່ຽວຂ້ອງ ລົງພົບປະ ແລະ ເຮັດວຽກຢູ່ຫ້ອງການປົກຄອງບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ພ້ອມດ້ວຍຄະນະ ວັນທີ 6 ເມສາ 2022.

    ທ່ານ ພູວອນ ພົງລາດແກ້ວ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ບາງຕອນວ່າ:  ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນເຮັດການຜະລິດ ແລະ ປະກອບການຕາມກົນໄກເສດຖະກິດຕະຫຼາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 1.528 ຕື້ກວ່າກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 4,5% ພ້ອມກັນນັ້ນ ກໍໄດ້ຖືສຳຄັນໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມແບບມີສ່ວນຮ່ວມຂອງພັກ-ລັດ ເອກະຊົນ ແລະ ປະຊາຊົນ ເຂົ້າໃນການຍົກລະດັບເສັ້ນທາງດິນແດງ ທາງປູຢາງ ນອກຈາກນັ້ນ ກໍໄດ້ຮ່ວມກັບປະຊາຊົນໃນການສະໜັບສະໜູນຮ່ວມກັບໂຄງການທາງດ່ວນຕອນທີ 1 ເສັ້ນທາງດັ່ງກ່າວ ຜ່ານເມືອງນາຊາຍທອງ 31,2 ກິໂລແມັດ ຜ່ານ 28 ບ້ານ ມີຕອນດິນຖືກຜົນກະທົບ 603 ຕອນ ສ່ວນໂຄງການກໍ່ເສັ້ນທາງລົດໄຟລາວ-ຈີນ ມີຄວາມຍາວ 30,11 ກິໂລແມັດ ຜ່ານ 24 ບ້ານ ມີຕອນດິນຖືກຜົນກະທົບ 486 ຕອນ ນອກຈາກນີ້ ຜູ້ເຂົ້າຮ່ວມກໍໄດ້ສະເໜີຫຼາຍບັນຫາມາຍັງຄະນະຜູ້ແທນເປັນຕົ້ນ ນໍ້າຖ້ວມຂັງຢູ່ອຸບມຸງ ການດັດແກ້ໃບຕາດິນຂອງປະຊາຊົນຊັກຊ້າ ນະໂຍບາຍຕໍ່ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຫຼື ກອງຫຼອນບ້ານ ໃນການປ້ອງກັນເວນຍາມຂອງບໍລິສັດທາງດ່ວນ ເພື່ອປ້ອງກັນປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ.

                          # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!