ເສດຖະກິດ ສປປ ລາວ ຄາດວ່າຈະຂະຫຍາຍຕົວໃນລະດັບ 3,4%

   ອີງຕາມບົດລາຍງານການຄາດຄະເນເສດຖະກິດຂອງອາຊີປະຈຳປີ 2022 ທີ່ໄດ້ຖືກນໍາມາເຜີຍແຜ່ວັນທີ 6 ເມສາ 2022 ໂດຍທະນາຄານພັດທະນາອາຊີ (ADB) ວ່າ ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວ 3,4% ໃນປີນີ້ ແລະ ໃນປີ 2023 ຄາດຈະຂະຫຍາຍຕົວລະດັບ 3,7% ຍ້ອນການລົງທຶນຂອງປະເທດທີ່ສົ່ງເສີມການສົ່ງອອກ.

    ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໃຫ້ຮູ້ວ່າ:  “ໃນປີ 2021 ເສດຖະກິດຂອງ ສປປ ລາວ ໄດ້ຄ່ອຍໆຟື້ນຕົວຈາກສະ​ພາບເສດຖະກິດທີ່ຕົກຕໍ່າທີ່ສຸດໃນຮອບຫຼາຍທົດສະວັດ ແຕ່ວ່າເຊື້ອຈຸລະໂລກຊະນິດໃໝ່ ແລະ ອັດຕາເງິນເຟີ້ທີ່ສູງ ອາດເຮັດໃຫ້ສະພາບການຟຶ້ນຕົວມີທ່າອ່ຽງຫຼຸດລົງ” ລັດຖະບານຈະຕ້ອງຄອຍເຝົ້າລະວັງ ໂດຍການສັກຢາວັກຊີນຢ່າງ​ຕ່ຳ​ສອງ​ເຂັມໃຫ້ກັບພົນລະເມືອງຂອງ​ຕົນຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ເພີ່ມທະວີຄວາມໂປ່ງໃສໃນການຄຸ້ມຄອງການເງິນພາກລັດ  ເພື່ອຟື້ນຟູຄວາມໝັ້ນໃຈຂອງຕະຫຼາດ ແລະ ດຶງດູດການລົງທຶນທີ່ພ້ອມຮັບກັບສະພາບ ແລະ ຍືນຍົງ.

     ການລະບາດພະຍາດໂຄວິດ-19 ຮອບ 2 ໃນເດືອນເມສາ 2021 ຜ່ານມາ ໄດ້​ເຮັດໃຫ້ລັດຖະບານປະ​ກາດປິດເມືອງຫຼາຍຄັ້ງ ເຊິ່ງໄດ້ລົບກວນກິດຈະກໍາທາງດ້ານເສດຖະກິດໃນຂະ​ແໜງການບໍລິການພາຍໃນປະເທດ ລວມທັງໂຮງແຮມ ຮ້ານອາຫານ ແລະ ການຂົນສົ່ງ ເພື່ອຊຸກຍູ້ການຟື້ນຟູຕະຫຼາດພາຍໃນປະເທດ ລວມທັງການທ່ອງທ່ຽວ ໃນເດືອນມັງກອນ 2022 ລັດຖະບານໄດ້ຜ່ອນຜັນມາດຕະການຄວບຄຸມພະຍາດໂຄວິດ-19 ແລະ ເລັ່ງໃສ່ການສັກຢາວັກຊີນ​ ໂດຍມີ​ເປົ້າ​ໝາຍ​ໃຫ້ບັນ​ລຸ 80% ຂອງປະຊາກອນໃນທົ່ວປະເທດໃນທ້າຍປີ 2022 ເມື່ອທຽບໃສ່ 50% ໃນຄັ້ງເດືອນທັນວາ ປີ 2021.

    ການສົ່ງອອກຂອງຂະແໜງອຸດສະຫະກຳ ແລະ ຂະແໜງກະສິກຳ ໄດ້ປະກອບສ່ວນໃຫ້​ແກ່ການຟື້ນຕົວ​ຂອງເສດຖະກິດໃນປີທີ່ຜ່ານມາ ສະພາບອາກາດທີ່ເອື້ອອຳນວຍ ຍັງເຮັດໃຫ້ບັນ​ດາ​ເຂື່ອນຜະລິດໄຟຟ້າຫຼາຍແຫ່ງ ສາມາດດໍາເນີນການຜະລິດໄດ້ເຕັມກຳລັງ ແລະ ເພີ່ມການຜະລິດໄຟ​ຟ້າເພື່ອການສົ່ງອອກ  ການສົ່ງອອກສິນຄ້າກະສິກຳໄດ້ເພີ່ມຂື້ນໃນ​ຫຼາຍຊະນິດ ສ່ວນໜຶ່ງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງ ສປ ຈີນ ທີ່ເພີ່ມ​ຂຶ້ນ ການເຕີບໂຕຂອງການສົ່ງອອກ ຄາດ​ວ່າ​ຈະ​ສືບ​ຕໍ່ໃນປີນີ້ ແລະ ປີຕໍ່ໄປ ເນື່ອງຈາກວ່າຈະ​ມີ​ການໄຫຼເຂົ້າ​ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດເຂົ້າ​ໃນການພັດທະນາພະລັງງານໄຟຟ້າດ້ວຍແຮງລົມ ແສງອາທິດ ແລະ ພະລັງງານໄຟຟ້າທີ່​ປ່ອຍ​ອາຍກາກບອນຕໍ່າອື່ນໆເພື່ອຕະ​ຫຼາດສົ່ງອອກ.

   ການ​ເພີ່ມ​ຂຶ້ນ​ຂອງລາຄານໍ້າມັນເຊື້ອໄຟ ແລະ ການອ່ອນຄ່າຂອງເງິນກີບ ເຊິ່ງພາໃຫ້ມີເງິນເຟີ້ໃນອັດຕາ 5,3% ໃນເດືອນທັນວາ 2021 ອາດຈະຊຸກຍູ້ໃຫ້ອັດຕາເງິນເຟີ້ສະເລ່ຍຂອງປະເທດຮອດ 5,8% ໃນປີ 2022  ແລະ 5,0% ໃນປີ 2023. ເງິນເຟີ້ຈະສ້າງຄວາມຫຍຸ້ງ​ຍາກໃຫ້​ແກ່ໜີ້ສິນຂອງປະເທດທີ່ມີຄວາມສ່ຽງສູງ ບົດລາຍງານໄດ້ຮຽກຮ້ອງໃຫ້ລັດຖະບານເພີ່ມທະວີຄວາມໂປ່ງໃສໃນການຄຸ້ມຄອງໜີ້ສິນສາທາລະນະກັບຕ່າງປະເທດ ເຊິ່ງຈະຊ່ວຍເປີດໂອ​ກາດໃຫ້ ສປປ ລາວ ເຂົ້າເຖິງແຫຼ່ງທຶນເພື່ອການພັດທະນາແບບຍືນຍົງ.

    ສໍາລັບການຄາດຄະເນການພັດທະນາຂອງອາຊີປະຈຳປີ 2022 ໄດ້ໃຫ້ຮູ້ວ່າ: ປະເທດໄດ້ມີຄວາມຄືບໜ້າຢ່າງຕັ້ງ​ໜ້າ ໃນການບັນລຸແຜນ​ງານ​ແຫ່ງ​ຊາດ​ໃນການ​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດພາຍໃຕ້ສັນ​ຍາປາຣີ ເພື່ອຫຼຸດ​ຜ່ອນ​ການ​ປ່ອຍ ແລະ ເພີ່ມ​ການ​ດູດ​ຊັບ​ທາດ​ອາຍ​ແກັດເຮືອນ​ແກ້ວ​ໃຫ້​ເປັນ​ສູນ ໂດຍສະເພາະໃນຂົງເຂດຂອງການພັດທະນາພະລັງງານໄຟຟ້າ ແລະ ການຂະຫຍາຍໄຟຟ້າໄປສູ່ຄົວເຮືອນ ແຕ່ເຖິງຢ່າງໃດກໍຕາມ ຄຳໝັ້ນສັນຍາດ້ານນະໂຍບາຍຂອງປະເທດກ່ຽວກັບປ່າໄມ້ ການຂົນສົ່ງ ແລະ ພະລັງງານທົດແທນແມ່ນຍັງບໍ່ໄດ້ຕາມແຜນການ  ດັ່ງນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ  ລັດຖະບານໄດ້ດໍາເນີນຫຼາຍບາດກ້າວເພື່ອຮັບປະກັນການລົງທຶນຈາກສາກົນ  ແລະ ກ່ອນອື່ນ ຈະຕ້ອງໄດ້​ສ້າງຄວາມຄືບໜ້າໃນການແກ້ໄຂຊ່ອງຫວ່າງ​ຂອງນະໂຍບາຍດິນຟ້າອາກາດ ແລະ ໂຄງປະ​ກອບອົງການຈັດຕັ້ງ ການ​ເພີ່ມ​ທະວີ​ການ​ກະກຽມ​ໂຄງການ ແລະ ອື່ນໆໃຫ້ມີຄວາມຖືກຕ້ອງສອດຄ່ອງຍິ່ງຂຶ້ນ

    ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸ ເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກມີຄວາມຈະເລີນກ້າວໜ້າຢ່າງທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລົບລ້າງຄວາມທຸກຍາກ ເຊິ່ງ ADB ໄດ້ຮັບສ້າງຕັ້ງຂຶ້ນໃນປີ 1966 ປັດຈຸບັນມີສະມາຊິກ 68 ປະເທດ ໃນນີ້ມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

error: Content is protected !!