ທົ່ວປະເທດ ກວດພົບຜູ້ຕິດເຊື້ອໂຄວິດ 2.000 ກວ່າຄົນ ເສຍຊີວິດອີກ 2

    ທ່ານ ນາງ ດຣ.ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 6 ເມສາ 2022 ເຊິ່ງໃນວັນທີ 5 ເມສາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 4.631 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດຈຳນວນ 2.115 ຄົນ ເປັນການຕິດເຊື້ອພາຍໃນ 2.088 ຄົນ ແລະ ນໍາເຂົ້າ 27 ຄົນ.

    ຂໍ້ມູນໂດຍຫຍໍ້ສະເພາະຜູ້ຕິດເຊື້ອພາຍໃນໃໝ່ 2.088 ຄົນ ມີດັ່ງນີ້:

  • ນະຄອນຫຼວງວຽງຈັນ 1.167 ຄົນ
  • ແຂວງວຽງຈັນ 107 ຄົນ
  • ສະຫັວນນະເຂດ 86 ຄົນ
  • ຫຼວງພະບາງ 77 ຄົນ
  • ບໍລິຄໍາໄຊ 72 ຄົນ
  • ໄຊສົມບູນ 68 ຄົນ
  • ຄໍາມ່ວນ 66 ຄົນ
  • ອັດຕະປື 65 ຄົນ
  • ໄຊຍະບູລີ 57 ຄົນ
  • ເຊກອງ 55 ຄົນ
  • ຜົ້ງສາລີ 44 ຄົນ
  • ສາລະວັນ 43 ຄົນ
  • ອຸດົມໄຊ 41 ຄົນ
  • ຈໍາປາສັກ 36 ຄົນ
  • ຫົວພັນ 33 ຄົນ
  • ບໍ່ແກ້ວ 30 ຄົນ
  • ຫຼວງນໍ້າທາ 22 ຄົນ
  • ແຂວງຊຽງຂວາງ 19 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າ 27 ຄົນ ຈາກແຂວງ ຈຳປາສັກ 8 ຄົນ ສະຫວັນນະເຂດ 3 ຄົນ ຄຳມ່ວນ 8 ຄົນ ນະຄອນຫຼວງ 6 ຄົນ ແລະ ແຂວງບໍລິຄຳໄຊ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 188.985 ຄົນ ອອກຈາກໂຮງໝໍວັນທີ 5 ເມສາ 2022 ຈຳນວນ 528 ຄົນ ກຳລັງປິ່ນປົວ 4.900 ຄົນ ແລະ ເສຍຊີວິດທັງໝົດ 684 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກນະຄອນຫຼວງ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ).

    ທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 493.747.764 ຄົນ (ໃໝ່ 1.223.299 ຄົນ) ເສຍຊິວິດທັງໝົດ 6.182.713 ຄົນ (ໃໝ່ 3.423 ຄົນ) ແລະ ປີ່ນປົວຫາຍດີ 429.344.948 ຄົນ (ໃໝ່ 1.524.105 ຄົນ).

# ຂ່າວ ພາບ :  ຊິລິການດາ

error: Content is protected !!